ໃນ​​ເຫດການ​ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນຈັບ​ຕົວ​ແລະ​ກັກ​ຂັງ​​ກຳມະກອນ​ຈີນ​ນັ້ນ ມີກຳມະກອນ 95 ຄົນ​ໄດ້​ກັບ​ຄືນ​ປະ​ເທດ​ແລ້ວ

(GMT+08:00) 2013-10-25 15:39:27     cri
ຕາມ​ຂ່າວສານ​ຈີນ: ວັນ​ທີ 24 ຕຸລາ​ນີ້, ສຳນັກ​ທີ່​ປຶກສາ​ເສດຖະກິດ​ຂອງ​ສະຖານທູດ​ຈີນ​ປະຈຳ​ຟີ​ລິບ​ປິນ​ເຜີຍ​ໃຫ້​ຮູ້​ວ່າ, ​ໃນຈຳນວນ​ກຳມະກອນ​ຈີນ 135 ຄົນ​​ທີ່​ຖືກ​ກົມຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ຟີ​ລິບ​ປິນຈັບ​ຕົວ​ແລະ​ກັກ​ຂັງ​ໄວ້​​ໃນຕົ້ນ​ເດືອນ​ຕຸລາ​ປີນີ້ນັ້ນ ມີ 95 ຄົນ​ໄດ້​ກັບ​ຄືນ​ປະ​ເທດ​ແລ້ວ, ສ່ວນກຳມະກອນອີກ 40 ຄົນຍ້ອນ​ມີ​ເອກະສານ​ການ​ອອກ​ແຮງ​ງານ​ທີ່​ຖືກຕ້ອງ,​ແລະ​ໄດ້​ຖືກ​ປ່ອຍ​ຕົວ​ໃນ​ເມື່ອ​ກ່ອນ​ນັ້ນ​ກໍ່​ຈະ​ໄປ​ຂໍ​ວິຊາ​ເຮັດ​ວຽກ​ຕື່ມ​ອີກ.

ວັນ​ທີ 4 ຕຸລາ​ປີ​ນີ້, ກົມ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ຟີ​ລິບ​ປິນ​ໄດ້​ຈັບ​ຕົວ​ແລະ​ກັກ​ຂັງກຳມະກອນ 138 ຄົນຂອງ​ບໍລິສັດ​ຈີນ​ທີ່​ຮັບ​ເໝົາ​ໂຄງການ​ຕິດ​ຕັ້ງຂອງ​ເຂື່ອນ​ຜະລິດ​ໄຟຟ້າ​ປູຕິ​ງ ບາ​ໂຕ​ຂອງ​ແຂວງ​ບາ​ຕັນ​ກາສ໌ຂອງ​ຟີ​ລິບ​ປິນ​ໂດຍ​ອ້າງ​ວ່າ​ເຂົາ​ເຈົ້າຖືກ​ສົງ​ໄສ​ເຮັດ​ວຽກ​ຢ່າງ​ຜິດ​ກົດໝາຍ, ​ແລະ​ໄດ້​ກັກ​ຂັງ​ກຳມະກອນ​ເຫຼົ່າ​ນີ້​ໄວ້ຢູ່​ໃນ​ອາຄານ​ຫ້ອງການພະ​ແນ​ກຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ຂອງ​ແຂວງບາ​ຕັນ​ກາສ໌. ຕອນ​ຄ່ຳ​ວັນ​ທີ 4 ຕຸລາ​ນີ້, ມີ 3 ຄົນ​​ໃນ​ຈຳນວນ​ກຳມະການ​ທີ່​ຖືກ​ກັກ​ຂັງໄດ້​ຖືກ​ປ່ອຍ​ຕົວ​ຍ້ອນ​ມີໃບ​ອະນຸຍາດ​ເຮັດ​ວຽກ​​ແລະ​ມີ​ວີ​ຊາ​ເຮັດ​ວຽກ.