ວົງ​ການ​ການ​ເມືອງ​ຂອງ​ເອີ​ລົບ​ກ່າວ​ປະນາມ​ຕໍ່​ເຫດການ​​ລັກ​ຟັງຂອງ​ອາ​ເມ​ລິ​ກາ

(GMT+08:00) 2013-10-25 15:40:11     cri
ກອງ​ປະຊຸມ​ສຸດ​ຍອດ​ລະດູ​ໃບ​ໄມ້​ຫຼົ່ນ​ສະ​ຫະພາບ​ເອີ​ລົບ​ໄດ້​ໄຂ​ຂຶ້ນ​ຢູ່ນະຄອນຫຼວງບຼຸກ​ແຊນ​ຂອງ​ແບນ​ຊິກ​ໃນ​ວັນ​ທີ 24 ຕຸລາ​ນີ້, ​ໃນກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ນອກຈາກ​ໄດ້​ປຶກສາ​ຫາລື​ຫົວ​ຂໍ້​ຂອງ​ກອງປະຊຸມ​ໃຫຍ່ 3 ຂໍ້​ທີ່​ໄດ້​ກຳນົດ​ໄວ້ລ່ວງ​ໜ້າ​ແລ້ວ, ບັນຫາ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂອງ​ເອີ​ລົບ​ກໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ. ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຜູ້ນຳ​ປະ​ເທດ​ເອີ​ລົບ​ລ້ວ​ນ​ແຕ່​ໄດ້​ກ່າວ​ປະນາມ​ອາ​ເມ​ລິ​ກາ​ທີ່​ມີ​ການ​ກະທຳ​ລັກ​ຟັງ​ຕໍ່​ປະຊາຊົນ​ແລະບຸກຄົນ​ສຳຄັນ​ທາງ​ການ​ເມືອງ​ຂອງປະ​ເທດ​ຕົນ, ສ່ວນ​ປະ​ເທດ​ສະມາຊິກ​ທີ່​ນຳ​ໂດຍ​ຝຣັ່ງກໍ່​ສະ​ແດງ​ວ່າ​ຈະ​ຊຸກຍູ້​ຍັດຕິ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ດ້ານ​ຕົວ​​ເລກ​ຂໍ້​ມູນ.

​ໂດຍ​ແນ​ໃສ່​ການ​ລາຍ​ງານຂ່າວ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນທີ່ໂທລະສັບ​ມື​ຖື​ຂອງທ່ານ​ນາງ​​ແອ​ງ​ເຈີ​ລາ ​ເມີ​​​ເຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນອາດ​ຈະ​ຖືກ​ອົງການ​ຂ່າວ​ລັບ​ອາ​ເມ​ລິ​ກາ​ຕິດຕາມ​ລັກ​ຟັງ​, ທ່ານແອງເຈີລາ ເມີ​ເຄວ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ມື້​ດຽວ​ກັນ​ວ່າ, ບໍ່​ສາມາດ​ຮັບ​ເອົາ​ການ​ກະທຳ​ລັກ​ຟັງ​ຂອງອາ​ເມ​ລິ​ກາ​​ໄດ້. ວັນ​ທີ 24 ຕຸລາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ເຢຍລະ​ມັນ​ໄດ້​ຮຽກ​ ​ເອກອັກ​ຄະ​ລັດຖະທູດອາ​ເມ​ລິ​ກາ​ປະຈຳ​ເຢຍລະ​ມັນ​ເຂົ້າ​ພົບ​ເພື່ອສອບ​ຖາມ​ຝ່າຍ​ອາ​ເມ​ລິ​ກາ​ຢ່າງ​ຮີບ​ດ່ວນ​, ​ແລະ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາໃຫ້​ຄວາມ​ກະຈ່າງ​ແຈ້ງຕໍ່​ເລື່ອງ​ນີ້​ຢ່າງຮອບດ້ານ​ໃນ​ທັນທີ.

ທ່ານ​ມາ​ຕິນ ຊູ​ເອວສ໌ ປະທານ​ສະພາ​ເອີ​ລົບ​ກ່າວ​ໃນ​ວັນ​ທີ 24 ຕຸລາ​ນີ້ວ່າ,ປະຈຸ​ບັນ​​ແມ່ນ​ໂອກາດ​ທີ່​ດີ​ທີ່​ສຸດ​ທີ່ສະຫະພາບ​ເອີ​ລົບ​ບອກ​ໃຫ້​ອາ​ເມ​ລິ​ກາ​ຮູ້​​ໃນ​ສຽງ​ດຽວ​ກັນວ່າ, ການ​ກະທຳ​ລັກ​ຟັງຂອງ​ອາ​ເມ​ລິ​ກາ​ໄດ້​ແຕະຕ້ອງ​ເຖິງ​ຂີດ​ຈຳກັດ​ແລ້ວ.

​​ໃນ​ເວລາ​ຈະຈັດ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບ, ການ​ກະທຳ​ລັກ​ຟັງ​ຂອງ​ອົງການ​ຂ່າວ​ລັບ​ອາ​ເມ​ລິ​ກາ​ໄດ້​ຖືກ​ເຜີຍ​ແບອອກ​ມາ​ຕື່ມ​ອີກ. ຕາມ​ໜັງສືພິມ​ເດີ ກາ​ດຽນ​ຂອງ​ອັງກິດ​ລາຍ​ງານ​ໃນ​ວັນ​ທີ 24 ຕຸລາ​ນີ້​ວ່າ, ອົງການ​ຂ່າວ​ລັບ​ອາ​ເມ​ລິ​ກາ​ເຄີຍ​ໄດ້​ຕິດຕາມ​ລັກ​ຟັງ​ໂທລະສັບຂອງ​ບຸກຄົນ​ສຳຄັນ​ທາງ​ການ​ເມືອງ​ສາກົນ​ຢ່າງ​ໜ້ອຍ 35 ຄົນ. ​ແຫຼ່ງຂ່າວ​ຂອງ​ໜັງສືພິມ​ເດີກາ​ດຽນ​ຂອງ​ອັງກິດ​​ຕົ້ນ​ຕໍ​ຍັງ​ແມ່ນທ້າວ​ແອດ​ເວີ​ດ ສະ​ໂນ​ແດນ ​ ​ອະດີດພະນັກງານ​ສັນຍາ​ຈ້າງຂອງ​ກົມປ້ອງ​ກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ອາ​ເມ​ລິ​ກາທີ່​ໄດ້​ເປີດ​ເຜີຍ​ໂຄງການ​ປຼິຊຶມ​ຂອງ​ອາ​ເມ​ລິ​ກາ.