ອົງການຮ່ວມ​ມື​ຊຽງ​ໄຮ​ຈັດກອງ​ປະຊຸມ​ສຳ​ມະ​ນາ ກ່ຽວ​ກັບ​ການ​ໂຈມ​ຕີ​ລັດທິ​ກໍ່​ການຮ້າຍ

(GMT+08:00) 2013-10-26 15:50:50     cri
ຕາມ​ຂ່າວສານ​ຊິ່ນຮວາ: ວັນ​ທີ 25 ຕຸ​ລາ​ນີ້, ປະ​ເທດ​ສະມາຊິກ​ແລະ​ປະ​ເທດ​ສັງ​ເກດ​ການ​ຂອງ​ອົງການຮ່ວມ​ມື​ຊຽງ​ໄຮ ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ຢູ່​ນະຄອນຫຼວງທາ​ຊີ​ການ ຂອງອຸດ​ສະ​ເບ​ກກິ​ສຖານ, ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການຮ່ວມ​ມື​ໃນ​ຂົງ​ເຂດການ​ໂຈມ​ຕີ​ລັດທິ​ກໍ່ການຮ້າຍ​ແລະ​ລັດທິ​ຫົວ​ຈັດ.

ກອງ​ປະຊຸມ​ສຳ​ມະ​ນາ​ເທື່ອ​ນີ້ ​ແມ່ນ​ຈັດ​ໂດຍ​ຄະນະ​​ບໍລິຫານ​ງານ​ອົງການ​ຕໍ່ຕ້ານ​ລັດທິ​ກໍ່​ການຮ້າຍ​ໃນ​ພາກ​ພື້ນ​ຂອງ​ອົງການຮ່ວມ​ມື​ຊຽງ​ໄຮ. ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ລັດທິ​ກໍ່​ການຮ້າຍ, ລັດທິ​ຫົວຈັດ​ແລະ​ສະຖານະ​ການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ ທີ່​ຝ່າຍ​ຕ່າງໆ​ປະ​ເຊີນ​ໜ້າ​, ​ໄດ້​ຄົ້ນຄວ້າ​ຂົງ​ເຂດ​ແລະ​ວິທີ​ດຳ​ເນີນ​ການຮ່ວມ​ມື​ຢ່າງ​ເປັນ​ຈຸດໜັກ, ​ແລະ​ໄດ້​ດຳ​ເນີນການ​ປຶກສາ​ຫາລື​ກ່ຽວ​ກັບ​ອະນາຄົດ​ການ​ພັດທະນາ​ຂອງ​ສະຖານະ​ການ​ອັຟກາ​ນິສະຖານຫຼັງຈາກ​ກອງທັບ​ຊ່ວຍ​ເຫຼືອຄວາມ​ໝັ້ນຄົງ​ສາກົນ​ຖອນ​ອອກ​ໃນ​ປີ 2014. ຜູ້​ແທນທັງຫຼາຍຍັງ​ໄດ້ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ ປະ​ຖິ້ນ "ສອງມາດ​ຕະຖານ​ທີ່​ຕ່າງ​ກັນ" ​ຕໍ່​ບັນຫາ​ອົງການ​ລັດທິ​ກໍ່​ການ​ຮ່າຍ​ສາກົນ.