ຮູບ​ເງົາຈີນ6​ເລື່ອງ​ຈະ​ໄປ​ສາຍ​ຢູ່ກຳ​ປູ​ເຈຍ

(GMT+08:00) 2013-10-26 14:54:31     cri
ຕາມ​ຂ່າວສານ​ຊິນ​ຮວາ, ​ເພື່ອ​ລະ​ລຶກຈີນ​ແລະ​ກຳປູ​ເຈຍ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຄົບຮອບ55​ປີ, ​ແລະ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ, ຮູບ​ເງົາ​ສະ​ໄໝ​ປັດຈຸບັນຂອງ​ຈີນ6​ເລື່ອງ ​ເຊັ່ນ "ອົກ​ຫັກ33​ວັນ" ​​ເປັນ​ຕົ້ນ​ທີ່​ພາກ​ສຽງ​ດ້ວຍ​ພາສາ​ກຳປູ​ເຈຍ​ຈະ​​ສາຍ​ຢູ່ກຳ​ປູ​ເຈຍ.

ກ່ຽວ​ກັບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ວ່າ "ຈະ​ເຮັດ​​ແນວ​ໃດ ​ເພື່ອ​ໃຫ້​ຜູ້​ຊົມ​ກຳປູ​​ເຈຍ ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ຊົມ​ຊາວ​ໜຸ່ມ​ກຳປູ​ເຈ​ຍ​ເຂົ້າ​ໃຈ​ຮູບ​ເງົາ6​ເລື່ອງ​ນີ້", ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະນົມ​ເປັນ​ໃນ​ວັນ​ທີ25​ຕຸລາ​ນີ້, ທ່ານ​ສາວ​ອີກ​ວງ ​ເຈົ້າ​ໜ້າ​ທີ່​ພົວພັນ​ກັບສາກົນ​ສະຫະພັນສິລະ​ປະ​ວັນນະຄະດີ​ຈີນ​ກ່າວ​ວ່າ, ​ເພື່ອ​ເຂົ້າ​ຮ່ວມ​ສັບປະດາ​ສິນລະປະ​ຄັ້ງ​ນີ້, ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ທັງ​ສອງ​ຝ່າຍ​ຈີນ​​ກຳປູ​ເຈຍ, ຮູບ​ເງົາ​ເຫຼົ່າ​ນີ້​ລ້ວນ​ແຕ່ພາກສຽງ​ເປັນ​ພາສາ​ກຳປູ​ເຈຍ, ​ເມື່ອ​ສາຍ​ຢູ່ກຳປູ​ເຈຍ, ຜູ້​ຊົມ​ກຳປູ​ເຈຍ​ຈະ​ສາມາດ​ຊົມ​ຮູບ​ເງົາ​ຈີນ6​ເລື່ອງ​ດັ່ງກ່າວ​ໄດ້​ຢ່າງ​ສະບາຍ.

ສັບປະດາ​ສິນລະປະ​ທີ່​ມີ​ຊື່ວ່າ "ຈີນ​ປັດຈຸບັນ" ທີ່​ຈັດ​ໂດຍ​ສະຫະພັນສິລະ​ປະ​ວັນນະຄະດີ​ຈີນ​ເລີ່​ມ​ແຕ່​ປີ2004, ​ເຄີຍ​ຈັດ​ຂຶ້ນ​ຢູ່​ກາ​ນາ​ດາ, ​ເກຼັກ, ອົສຕຼາລີ, ອາ​ເມ​ລິ​ກາ​ແລະ​ປະ​ເທດ​ອື່ນໆ, ​ຄັ້ງ​ນີ້​ແມ່ນ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເປັນ​ຄັ້ງ​ທຳ​ອິດ.