ໄທ​​ຈະ​ເກັບ​ພາສີ​ເຂົ້າ​​ເມືອງ​ຕໍ່​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ແລະ​ຍົກສູງ​ອາກອນ​ສະໜາມ​ບິນ

(GMT+08:00) 2013-10-26 14:59:48     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ25​ຕຸລາ​ນີ້, ສື່​ມວນ​ຊົນ​ໄທ​ແຈ້ງວ່າ, ​ເລີ່​ມ​ແຕ່ປີໜ້າ​ເປັນ​ຕົ້ນ​ໄປ, ລັດຖະບານ​ໄທ​​ຈະ​​ເກັບ​ພາສີ​ເຂົ້າ​​ເມືອງ​ຕໍ່​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ເຂົ້າ​ແດນ​ໄທ, ພ້ອມ​ກັນ​ນັ້ນ, ຍັງ​ຈະ​ຍົກສູງ​ອາກອນ​ສະໜາມ​ບິນ​ຂອງ​ສະໜາມ​ບິນ​ແຫ່ງ​ຕ່າງໆ​ຂອງ​ໄທ​.

ທ່ານ​ປຼະດິດ ສິນ​ຕະວະ​ນາ​ລົງ ລັດຖະມົນຕີ​ວ່າ​ການ​ກະຊວງ​ສາທາລະ​ນະ​ສຸກ​ໄທ​ເປີດ​ເຜີຍ​ວ່າ, ​ແຜນການ​ທີ່​ພວມ​ຮ່າງ​ໃນ​ປັດຈຸບັນ​ກຳນົດ​ໄວ້​ວ່າ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​ຈະ​​ຢູ່​ໄທ3​ວັນຂຶ້ນ​ໄປ ຕ້ອງ​ເສຍ​ພາສີ​ເຂົ້າ​​ເມືອງ​ຄົນ​ລະ500ບາດ; ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ເມືອງ​ໄທ​ບໍ່​ກາຍ3​ວັນ​ຕ້ອງ​ເສຍ​ພາສີ​ເຂົ້າ​​ເມືອງ​ມື້​ລະ30ບາດ.

ຂ່າວ​ແຈ້ງ​ອີກ​ວ່າ, ຄະນະ​ກຳມາ​ທິການ​ຄຸ້ມ​ຄອງ​ບໍລິສັດ​ສະໜາມ​ບິນ​ໄທ​ໄດ້​ອະນຸມັດ​ຮ່າງຍັດຕິ​ທີ່​ໃຫ້​ສະໜາມ​ບິນ​ໂດຍສານ​ສຳລັບ​ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ຂອງ​ບັນດາ​ສະໜາມ​ບິນ​ຍົກ​ອາກອນສະໜາມ​ບິນ​ໃຫ້​ສູງ​ຂຶ້ນ100​ບາດ, ​ແລະ​ກຽມ​ຈະສະ​ເໜີ​ໃຫ້​ກະຊວງ​ຄົມມະນາຄົມ​ໄທ​ສຳ​ຫຼວດພິຈາລະນາ. ຖ້າ​ຮ່າງ​ຍັດຕິ​ດັ່ງກ່າວ​ຖືກ​ຮັບຮອງ, ອາກອນ​ສະໜາມ​ບິນ​ຂອງ​ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ​ຈະ​ຈາກ100​ບາດ​ຕໍ່​ຄົນ​​ເພີ່ມ​ຂຶ້ນ​ເປັນ200​ບາດ​ຕໍ່​ຄົນ, ອາກອນ​ສະໜາມ​ບິນ​ຂອງ​ຖ້ຽວ​ບິນ​ທີ່​ບິນ​ໄປ​ຕ່າງປະ​ເທດ​ຈະ​ຈາກ700​ບາດ​ຕໍ່​ຄົນ​ເພີ່ມ​ຂຶ້ນ​ເປັນ800​ບາດ​ຕໍ່​ຄົນ.

ກ່ຽວ​ກັບ​ແຜນການ​ທີ່​ລັດຖະບານເກັບ​ພາສີ​ເຂົ້າ​ເມືອງ​ຕໍ່​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ແລະ​ຍົກ​ສູງອາກອນ​ສະໜາມ​ບິ​ນ, ຂະ​ແໜງ​ການທ່ອງທ່ຽວ​ຂອງ​ໄທ​ເປັນ​ຫ່ວງ​ວ່າ, ມາດ​ຕະການ​​ໃໝ່​ອາດ​ຈະ​ພາ​ໃຫ້​ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ທີ່​​ໄປ​ທ່ຽວ​ໄທ​ໜ້ອຍ​ລົງ, ​ແລ້ວ​ພາ​ໃຫ້​ທົ່ວ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ໄທ​ຖືກ​ກະທົບ​ກະ​ເທືອ​ນ.