ຮອງ​ນາຍົກ​ຈີນ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຄະນະ​ຜູ້​ແທນ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ອາ​ຊຽນ

(GMT+08:00) 2013-10-26 15:01:18     cri
ຕາມ​ຂ່າວສານ​ຊິນ​ຮວາ, ຕອບ​ບ່າຍ​ວັນ​ທີ25​ຕຸລາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ວາງ​ຢຽງ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຄະນະ​ຜູ້​ແທນ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ອາ​ຊຽນ.

ທ່ານ​ວາງ​ຢຽງກ່າວ​ວ່າ, ຈີນ​ແລະ​ອາ​ຊຽນມີ​ພູຜາ​ແລະ​​ແມ່​ນ້ຳ​​ຕິດ​ຈອດ​ກັນ, ວັດທະນະທຳກໍ​ຄ້າຍຄື​ກັນ, ຕ່າງ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ກັນ. ຝ່າຍຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ອາ​ຊຽນ​ເລີ່​ມຈັດການ​ເຈລະຈາ​ເພື່ອ​ຍົກ​ລະດັບ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ຊຸກ​ຍູ້ການ​ຮ໋ວມມື​ທີ່​ຕິດ​ແທດ​ຕົວ​ຈິງ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ວິ​ສາ​ຫະກິດ​ແລະ​ປະຊາຊົນ​ສອງ​ຝ່າຍ.

ສະມາຊິກ​ຄະນະ​ຜູ້​ແທນ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ອາ​ຊຽນກ່າວ​ວ່າ, ຍິນ​ດີ​ຮ່ວມ​ກັນ​ພະຍາຍາມ​ກັບ​ຈີນ, ຈັດ​ຕັ້ງປະຕິບັດ​​ຂໍ້​ລິ​ເລີ່​ມທີ່​ກ່ຽວຂ້ອງ​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ຍົກ​ການ​ພົວພັນທາງ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູງ​ລະດັບ​ໃໝ່.