ຢູ່ນະຄອນ​ວໍ​ຊິງ​ຕັນ​​ໄດ້ຈັດ​ກິດຈະກຳ​ປະ​ທ້ວງ ຮຽກຮ້ອງ​ໃຫ້​ຢຸດ​ເຊົາ​ການ​ຕິດຕາມ​ຄວບ​ຄຸມແບບ PRISM

(GMT+08:00) 2013-10-27 13:25:42     cri
ຕາມ​ຂ່າວສານ​ຊິ່ນ​ຮວາ​: ວັນ​ທີ 26 ຕຸລາ​ນີ້, ຢູ່​ນະຄອນຫຼວງວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ​ໄດ້​ຈັດ​​ໃຫ້​ມີກິດຈະກຳ​ປະ​ທ້ວງຢ່າງ​ຂະໜາດ​ໃຫຍ່ ຮຽກຮ້ອງ​ໃຫ້​ລັດຖະບານ​ໂອ​ບາ​ມາ ຢຸດ​ເຊົາ​ການ​ຕິດຕາມ​ຄວບ​ຄຸມ​ແບບ PRISM ຕໍ່​ປະຊາຊົນ​ອາ​ເມ​ລິ​ກາ ກໍ່​ຄື​ປະຊາຊົນ​ໃນທົ່ວ​ໂລກ, ຜູ້​ຈັດ​ກິດ​ຈະ​ກຳ​ຍັງ​​ຈະ​ຍື່ນ​ຈົດໝາຍ​ປະ​ທ້ວງ​ທີ່​ມີ 5 ​ແສນ 7500 ຄົນ​ລົງ​ນາມ ​ໃຫ້​ລັດຖະສະພາ. ​ໃນ​ຈົດໝາຍ​ຂຽນ​ວ່າ: ​ໂຄງການ​ຕິດຕາມ​ຄວບ​ຄຸມ​ແລະ​ເກັບກໍາ​ຄວາມລັບ​ ຢ່າງຂະໜາດ​ໃຫຍ່​ທີ່​ສື່​ມວນ​ຊົນ​ເຜີຍ​​ແບ​ນັ້ນ ​ໄດ້​ທຳລາຍ​ພື້ນຖານ​ແຫ່ງ​ອິດສະຫຼະ​ແລະຄວາມ​ລັບ​ສ່ວນ​ຕົວ​ຂອງ​ອາ​ເມ​ລິ​ກາ, ​ໄດ້​ຝ່າຝືນ​ລັດຖະທຳ​ມະນູນ, ສະ​ນັ້ນ, ຮຽກຮ້ອງ​ຢ່າງ​ຮຸນ​ແຮງ ໃຫ້​ລັດຖະສະພາຈົ່ງ​ໃຊ້​ການ​ກະທຳ​ເພື່ອ​ຢຸດ​ເຊົາ​ໂຄງການ​ຕິດຕາມ​ຄວບ​ຄຸມ​​ແບບ​ນີ້, ​ແລະ​ເປີດ​​ເຜີຍ​​ສະພາບ​ການອັນລະອຽດ​ທີ່​ກ່ຽວຂ້ອງຕໍ່​ປະຊາຊົນ.