​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ຖ້າ​ຍີ່​ປຸ່ນຍິງເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ​ຈີນ​ຕົກ, ຈີນ​ຈະ​ຕ່າວໂຈມ​ຕີ​ຄືນ

(GMT+08:00) 2013-10-27 13:59:50     cri
​ໂດຍ​​ແນ​ໃສ່​ຍີ່​ປຸ່ນກ່າ​ວວ່າ ຈະ​ພິຈາລະນາ​​ປະຕິບັດ​ມາດ​ຕະການ​ບີບບັງ​ຄັບ​ຕ່າງໆ​ ທີ່​ລວມທັງຍິງ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ​ຈີນ​ທີ່​ລ່ວງ​ລະ​ເມີດ​ນ່ານຟ້າ​ຂອງ​ຍີ່​ປຸ່ນ​ໃຫ້​ຕົກ​ນັ້ນ, ວັນ​ທີ 26 ຕຸລາ​ນີ້, ທ່ານ​ເກີ​ງຢ້ຽນ​ເຊິ່ງ, ​ໂຄສົກ​ຖະ​ແຫຼງຂ່າວຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ, ຖ້ອຍ​ຄວາມ​ທີ່​ກະຫາຍ​ສົງຄາມ​​ຂອງ​ຍີ່​ປຸ່ນ​​ເປັນຕັ້ງ​ແກ້ງ​ທ້າ​ທາຍ​ກໍ່​ຜິດ. ຖ້າ​ຍີ່​ປຸ່ນປະຕິບັດ​ມາດ​ຕະການບັງ​ຄັບ ​ເຊັ່ນ ​ຍິງເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ​ຈີນຕົກ, ກໍ່​ເປັນ​ການ​ກະທຳສົງຄາມ​ແລ້ວ, ຈີນ​​​ຈະ​ເດັດດ່ຽວ​ໃຊ້​ມາດ​ຕະການຕ່າວ​ໂຈມ​ຕີ​ຄືນ​ໃນ​ທັນທີຢ່າງ​ແນ່ນ​ອນ.

ຕາມ​ຂ່າວ​ແຈ້ງວ່າ, ຫວ່າງ​ມໍ່ໆ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນກ່າວ​ວ່າ, ຖ້າ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ​ກອງທັບ​ຈີນ "ລ່ວງ​ລະ​ເມີດ​ນ່ານຟ້າ​ຂອງ​ຍີ່​ປຸ່ນ", ຍີ່​ປຸ່ນຈະ​ພິຈາລະນາ​ຍິງ​​ໃຫ້​ມັນ​ຕົກ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ຕຸລາ​ນີ້, ທ່ານ​ເກີ​ງຢ້ຽນ​ເຊິ່ງກ່າວ​ວ່າ, ຖ້ອຍ​ຄວາມ​ທີ່ກະຫາຍສົງຄາມຂອງ​ຍີ່​ປຸ່ນ​ເປັນການ​ຕັ້ງ​ແກ້ງທ້າ​ທາຍ​ກໍ່​ຜິດ. ເຮືອບິນ​ກອງທັບ​ຈີນ ທີ່​ລວມທັງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຝຶກຊ້ອມແລະບິນຜ່ານ​ຢ່າງ​ເປັນ​ປົກກະຕິ​ຢູ່ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ​ຂອງທະ​ເລ​ຈີນ​ຕະ​ເວັນ​ອອກນັ້ນ ​ຖືກຕ້ອງ​ຕາມ​ກົດໝາຍ​ສາກົນ​ແລະ​ພຶດຕິ​ກຳ​ສາກົນ. ສິ່ງ​ທີ່​ຕ້ອງ​ຊີ້​ອອກ​ນັ້ນ​​ແມ່ນ: ​ເຮືອບິນ​ຂອງ​ຈີນ​ບໍ່​​ໄດ້ລ່ວງ​ລະ​ເມີດ​ນ່ານຟ້າ​ຂອງ​ປະ​ເທດ​ອື່ນ​ຈັກ​ເທື່ອ, ​ແລະ​ກໍ່​ບໍ່​ອະນຸຍາດ​​ເຮືອບິນ​ປະ​ເທດ​ອື່ນ​ລ່ວງ​ລະ​ເມີດ​ນ່ານຟ້າ​ຂອງ​ຈີນ​ເຊັ່ນ​ກັນ.