ກອງ​ທັບ​ຈີນສະໜອງ​ຄວາມ​ສະດວກ​ໃຫ້​ແກ່​ການ​ກອບ​ກູ້​ເຮືອ​ປະ​ມົງ​ຍີ່​ປຸ່ນທີ່​ປະສົບ​​ໄພຢູ່​​ເຂດທະ​ເລ​​ເກາະ​ໂອ​ຄີ​ນາວາ

(GMT+08:00) 2013-10-27 15:09:30     cri
ວັນ​ທີ 26 ຕຸລາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ເກີ​ງຢ້ຽນ​ເຊິ່ງ, ​ໂຄສົກ​ຖະ​ແຫຼງຂ່າວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ​ໂດຍ​ພິຈາລະນາ​ເຖິງ​ປັດ​ໄຈ​ມະນຸດສະທຳ, ກອງທັບ​ຈີນ​ໄດ້ຊ່ວຍກອບ​ກູ້​ເຮືອ​ປະມົງ​ຍີ່​ປຸ່ນທີ່​ປະສົບ​ໄພ ຢູ່​​ເຂດ​ທະ​ເລ​ທີ່​ຝ່າຍ​ຈີນ​ກຳລັງ​ຊ້ອມຣົບຢູ່.

ທ່ານ​ເກີ​ງຢ້ຽນ​ເຊິ່ງ​ແນະນຳ​ວ່າ, ວັນ​ທີ 23 ຕຸລາ​ນີ້, ຝ່າຍຍີ່​ປຸ່ນ​ແຈ້ງ​ຕໍ່​ຝ່າຍ​ຈີນ​​ວ່າ, ​ເຮືອ​ປະ​ມົງ​ລຳ​ໜຶ່ງ​ຂອງ​ນະຄອນ​ນາ​ຮາ​ຊີ​​ແຂວງໂອ​ຄີ​ນາວາ ສົ່ງ​ສັນຍານ​ປະສົບ​ໄພ ຢູ່​ໜ້າ​ນ້ຳ​ທະ​ເລຂອງ​ມະຫາ​ສະໝຸດ​ປາຊິ​ຟິກ ທີ່ຈາກ​ເກາະ​ໂອ​ຄີ​ນາວາ ​ໄປ​ທາງ​ທິດ​ໃຕ້ 650 ກິ​ໂລ​ແມັດ, ສະຖານ​ທີ່​ພໍດີຢູ່​​ໃນ​ຂອບ​ເຂດ​ ທີ່​ກອງທັບເຮືອ​ຈີນ​ປະກາດຫ້າມ​ເດີນ​ເຮືອ ​ເພື່ອ​ດຳ​ເນີນ​ການ​ຝຶກ​ຊ້ອມ​ຍິງ​ປືນ.

ທ່ານ​ກ່າວ​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ຮຽກຮ້ອງ​ຂອງ​ຍີ່​ປຸ່ນ​ແລະ​ພິຈາລະນາ​ເຖິງ​ປັດ​ໄຈມະ​ນຸດ​ສະ​ທຳ, ຝ່າຍຈີນ​​ເຫັນ​ດີ​ໃຫ້​ກົມປ້ອງ​ກັນ​ຄວາມ​ສະຫງົບ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນສົ່ງ​ເຮືອ​ເຂົ້າ​ໃນ​ເຂດ​ຫ້າມ​ເດີນ​ເຮືອ​ທີ່​ຈີນ​ປະກາດ ດຳ​ເນີນ​ການ​ກອບ​ກູ້, ​ແລະ​​ໄດ້​ສະໜອງ​ຄວາມ​ສະດວກ​ໃຫ້​ແກ່​ການ​ກອບ​ກູ້ຂອງ​ຝ່າຍ​ຍີ່​ປຸ່ນ.