ຈີນ​ມີ​ທ່າ​ທີອັນ​ຕັ້ງໜ້າ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

(GMT+08:00) 2013-10-27 13:36:49     cri
ຕາມ​ຂ່າວສານ​ຊິນ​ຮວາ, ຜົນ​ການ​ສຳ​ຫຼວດຂະໜາດ​ໃຫຍ່​ລາຍ​ໜຶ່ງ​ທີ່BBCດຳ​ເນີນ​ໃນ​ຫວ່າງ​ກ່ອນ​ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ, ​ເມື່ອ​ທຽບ​ກັບປະ​ເທດ​ອື່ນໆ​ຈຳນວໜຶ່ງ​ໃນ​ອາຊີ​ແລ້ວ​ເຫັນ​ວ່າ, ມວນ​ຊົນ​ຈີນ​ມີ​ຄວາມ​ຮັບ​ຮູ້​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຫຼາຍ​ກວ່າ, ​ແລະ​ມວນ​ຊົນ​ກໍ​ມີ​ທ່າ​ທີອັນຕັ້ງໜ້າ​ກວ່າ​ເກົ່າ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ເປັນ​ເຈົ້າ​ການ.

ການ​ສຳ​ຫຼວດດັ່ງກ່າວ​ແມ່ນ​ພະ​ແນ​ກດຳ​ເນີນ​ງານ​ BBC ເປັນຜູ້ລິເລີ່ມ, ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດຕໍ່​ມວນ​ຊົນ3​ໝື່ນ3​ພັນ​ກວ່າ​ຄົນ​ຂອງ​ຈີນ, ອິນ​​ເດຍ, ປາ​ກີ​ສະຖານ, ບັງ​ກຼາ​ເດັດ, ​ເນ​ປານ, ຫວຽດນາມ​ແລະ​ອິນ​ໂດ​ເນ​ເຊຍ, ຖາມ​ເຂົາ​ເຈົ້າ​ວ່າ, ມີ​ຄວາມ​ຮັບ​ຮູ້​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເປັນ​ແນວ​ໃດ​ແລະ​ໄດ້​ໃຊ້​ການ​ກະທຳ​ແນວ​ໃດ. ຜົນ​ການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ຕອບ​ການ​ສຳ​ຫຼວດຂອງ​ຈີນ​ມີ86%ຮູ້​ເຖິງ​ຄຳ​ສັບ​ທີ່​ວ່າ "ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ", ​ເຫັນ​ວ່າ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ກາ​ດ​ໄດ້ເກີດ​ຂຶ້ນມີ​ເຖິງ78%, ສອງ​ລາຍ​ດັ່ງກ່າວ​ລ້ວນ​ແຕ່​ສູງ​ກວ່າ6​ປະ​ເທດ​ອື່ນ. ສ່ວນ​ຜູ້​ຕອບ​ກາ​ນສຳ​ຫຼວດຂອງ​ຈີນ​ກໍ​ມີ​ອັດຕາ​ສູງກວ່າ​ໃນ​ການ​ໃຊ້​ການ​ກະທຳ​ຕົວ​ຈິງ ​ເຊັ່ນ: ​ເດີນທາງ​ດ້ວຍ​ພາຫະນະ​ສາທາລະນະ​ແລະ​ໃຊ້​ພະລັງງານ​ທົດ​ແທນ​ເປັນ​ຕົ້ນ, ສ່ວນ​ຍົກ​ສະມັດ​ຕະພາບ​ໃນ​ການ​ນຳ​ໃຊ້​ພະລັງງານ​ໃຫ້​ສູງ​ຂຶ້ນ ຖືກ​ເຫັນ​ວ່າ​ເປັນ​ມາດ​ຕະການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ຕົ້ນຕໍ​ຂອງ​ຈີນ​ໃນ​ປັດຈຸບັນ.