ກຳມະກອນອິນ​ໂດ​ເນ​ເຊຍ3​ລ້ານ​ຄົນ​​​ຈະ​ນັດ​ຢຸດ​ງານ

(GMT+08:00) 2013-10-27 13:39:24     cri
ຕາມ​ຂ່າວCRI, ກຳມະກອນ3​ລ້ານ​ຄົນ​​ໃນ20​ແຂວງຂອງ​ອິນ​ໂດ​ເນ​ເຊຍ​ຈະ​ນັດ​ຢຸດ​ງານ​ໃນ​ໄວໆ​ນີ້. ວັນ​ທີ25​ຕຸລາ​ນີ້, ສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ​ໄດ້​ອອກ​ຄຳ​ຕັກ​ເຕືອນ​ທາງ​ການ​ທູດ​ເພື່ອ​ເຕືອນ​ໃຫ້​ປະຊາຊົນ​ຈີນ​ທີ່​ໄປ​ອິນ​ໂດ​ເນ​ເຊຍ​ຕ້ອງມີ​ສະຕິ​ລະວັງ​ຕົວ​ໃນ​ດ້ານ​ຄວາມ​ປອດ​ໄພ.
ຫວ່າງ​ກ່ອນ​ນີ້, ທ່ານ​ຊາ​ອິດ ອິກບານ ປະທານ​ສະຫະພັນ​ກຳມະບານ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຈະ​ເຊີນ​ກຳມະກອນ3​ລ້ານ​ຄົນ​​ໃນ20​ແຂວງ​ຂອງ​ອິນ​ໂດ​ເນ​ເຊຍ​ນັດ​ຢຸດ​ງານ​ພ້ອມ​ກັນ​ໃນ​ວັນທີ28​ຕຸລາ​ຫາ​ວັນ​ທີ1​ພະຈິກ​ໜ້າ​ນີ້, ​ເພື່ອ​ທວງ​ໃຫ້​ລັດຖະບານ​ຍົກ​ລະດັບ​​ເງິນ​ເດືອນ​ຕ່ຳ​ສຸດ​ໃນ​ປີ2014​​ໃຫ້​ສູງ​ຂຶ້ນ50%.

ວັນ​ທີ25​ຕຸລາ​ນີ້, ທ່ານ​ຊາ​ອິດ ອິກບານ​ກ່າວ​ວ່າ, ​ເມື່ອ​ຮອດ​ເວລາ​ນັ້ນ, ຈະ​ມີ​ກຳມະກອນ​ໃນ​ບໍລິສັດ​​ແສນ​ກວ່າ​ແຫ່ງ​ຂອງ40​ເຂດ​ອຸດສາຫະກຳ​​ໃນ​ທົ່ວ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ເຂົ້າ​ຮ່ວມ​ການ​ນັດ​ຢຸດ​ງານ. ການ​ນັດ​ຢຸດ​ງານ​ຈະ​ດຳ​ເນີນ​ໄປ​ຢ່າງ​ມີ​ລະບຽບ, ມີ​ສັນຕິພາບ​ແລະ​ບໍ່​ໃຊ້​ຄວາມ​ຮຸນ​ແຮງ. ທ່ານກ່າວ​​ເນັ້ນ​ວ່າ, ການ​ນັດ​ຢຸດ​ງານ​ບໍ່​ມີ​ຈຸດປະສົງ​ດ້ານ​ການ​ເມືອງ, ມີ​ແຕ່​ເພື່ອ​ຍາດ​ແຍ່ງ​ສິດທິ​ດ້ານ​ເງິນ​ເດືອນ​ແລະ​ສະຫວັດດີ​ການ​ຂອງກຳມະກອນ​ເທົ່າ​ນັ້ນ.