ນາຍົກ​ຈີນ​​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ຂອງ10​ປະ​ເທດ​ອາ​ຊຽນ

(GMT+08:00) 2013-10-27 13:42:48     cri
ຕາມ​ຂ່າວCRI, ຕອນ​ບ່າຍ​ວັນ​ທີ25​ຕຸລາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຄຳນັບ​ຂອງ​ຄະນະ​ຜູ້​ແທນ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ຂອງ10​ປະ​ເທດ​ອາ​ຊຽນ.

ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ວ່າ, ຈີນ​ແລະ​ອາ​ຊຽນມີ​ຄວາມ​ບົ່ມ​ຊ້ອນ​ອັນ​ມະຫາສານ​ໃນ​ການ​ຮ່ວມ​ມືດ້ານ​ການ​ຄ້າ, ການ​ລົງທຶນ​ແລະ​ວັດທະນະທຳ. ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນມາ​ດຳ​ເນີນ​ການ​ໂຄສະນາ​ການ​ຄ້າ​ແລະ​ການ​ລົງທຶນ​ຢູ່​ຈີນ​ໃນ​ຄັ້ງ​ນີ້, ຈະ​ມີ​ຜົນ​ດີ​ຕໍ່​ການຊຸກຍູ້​ການ​ຈັດ​ຕັ້ງປະຕິບັດ​ຂອບ​ການ​ຮ່ວມ​ມື "2+7" ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ10​ປີ​ຂ້າງ​ໜ້າ. ຝ່າຍຈີນ​ສະໜັບສະໜູນ​ອາ​ຊຽນ​ເສີມ​ຂະຫຍາຍ​ບົດບາດນຳພາ​ໃນການ​ຮ່ວມມືຢູ່​ອາຊີ​ຕາ​ເວັນ​ອອກ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ພາກ​ພື້ນ, ຍິນ​ດີ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ລົງ​ເລິກ​ການ​ຮ່ວມ​ມື​ຮອບດ້ານ, ຍົກ​ລະດັບ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ໃນ​ພາກ​ພື້ນ​ນີ້​ໃຫ້​ດີກ​ວ່າ​ເກົ່າ.

ທ່ານ​ຫຼີ​ເຄີ້ຊຽງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນດາລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ໄດ້​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກ​ພາກ​ໃຕ້​ຂອງ​ຈີນ​ມາ​ຮອດ​ນະຄອນຫຼວງ​ປັກ​ກິ່ງ. ທ່ານ​ກ່າວ​ວ່າ, ນີ້​ແມນ​ລົດ​ໄຟ​ຄວາມ​ໄວສູງ​ໄດ້​ສະ​ແດງ​ຜົນສຳ​ເລັດ​ດ້ານ​ເຕັກ​ໂນ​ໂລ​ຊີ​ຕໍ່ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​.

ລັດຖະມົນຕີ​ວ່າ​ການ​ກະຊວງ​ພານິດ​ໄທ​ໄດ້​ຕາງໜ້າ​ບັນດາ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ອາ​ຊຽນສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ຫຼີ​ເຄີ້ຊຽງ​ທີ່​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ. ທ່ານ​ກ່າວ​ວ່າ, ອາ​ຊຽນ​ແລະ​ຈີນ​ໄດ້​ລົງ​ເລິກ​ການ​ຄ້າ​ແລະການ​ລົງທຶນ​ຕໍ່​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ໄປມາຫາ​ສູ່​ກັນ​ດ້ານ​ບຸກຄະລາ​ກອນ​ກໍ​ໄດ້​ເພີ່ມ​ຂຶ້ນ​ຄູ່​ມື້. ບັນດາ​ປະ​ເທດ​ອາ​ຊຽນສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຈີນ​ທີ່​ຢາກ​ຍົກ​ລະດັບ​ຂ​ອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນດ້ານ​ພື້ນຖານ​ໂຄງ​ລ່າງທີ່ເຊື່ອມ​ຈອດ​ກັນ​ກັບ​ຈີນ, ​ເພື່ອ​ສ້າງ​ອະນາຄົດ​ທີ່​ດີງາມ​ກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.