ກອງ​ປ້ອງ​ກັນ​ການ​ເດີນ​ເຮືອງ​ວດທີ15​ຂອງກອງທັບ​ເຮືອ​ຈີນ​ໄດ້​ປ້ອງ​ກັນ​ການ​ເດີນ​ເຮືອ​ຂອງ​ຂະ​ບວນ​ເຮືອ​ປະມົງ​ນ້ອຍ​ຂອງ​ຈີນ

(GMT+08:00) 2013-10-27 13:44:32     cri
ວັນ​ທີ25​ຕຸລາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ກ່ຳ​ປັ່ນຮົບ ຈິງ​ກ່າງ​ຊ່ານ ​ໃນ​ຂະ​ບວນກ່ຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອງ​ວດທີ15​ຂອງ​ຈີນ​ໄດ້​ປ້ອງ​ກັນ​ການ​ເດີນ​ເຮືອຂອງ​​ເຮືອ​ປະມົງ​ຂະໜາດ​ນ້ອຍ8​ລຳ​ຂອງ​ຈີນ​ຢູ່​ເຂດ​ທະ​ເລ​ອ່າວອາ​​ແຕນ.

​ເຮືອ​ປະມົງ​ເຫຼົ່າ​ນີ້​ຍາວ​ບໍ່​ຮອດ25​ແມັດ, ​ບັນທຸກ​ສິນຄ້າ​​ພຽງ89​ໂຕນ, ຄວາມ​ໄວ​ບໍ່​ຮອດ20​ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ, ​ເຮືອ​​ແຕ່​ລະ​ລຳ​ມີ​ລູກ​ເຮືອ​ພຽງ5​ຄົນ, ບໍ່​ມີ​ຜູ້ປ້ອງ​ກັນທີ່​ປະກອບ​ອາວຸດ. ຍ້ອນ​ວ່າ​ເດີນ​ເຮືອ​ຊ້າ, ສະ​ນັ້ນ, ຈິ່ງຖືກ​​ໂຈນ​ສະຫຼັດ​ຫຼອນ​ໂຈມ​ຕີ​ໄດ້​ງ່າຍ.