4 ປະ​ເທດ​ອາ​ຊຽນຮ່ວມ​ມື​ກັນ​ໃນ​ການ​ຊຸກຍູ້​ການ​ເຊື່ອມ​ຈອດ​ກັນ

(GMT+08:00) 2013-10-28 11:13:34     cri
ໃນ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ເຂດ​ເຕີບ​ໂຕ​ດ້ານ​ເສດຖະກິດ​ພາກ​ຕາ​ເວັນ​ອອກ​ອາ​ຊຽນຄັ້ງ​ທີ 8 ທີ່​ຈັດ​ຂຶ້ນ​​ໃນ​ເມື່ອ​ມໍ່ໆ​ມາ​ນີ້​ຢູ່​ອິນ​ໂດ​ເນ​ເຊຍ, 4 ປະ​ເທດ​ສະມາຊິກ​ອາ​ຊຽນຄື ອິນ​ໂດ​ເນ​ເຊຍ,ບຣູ​ໄນ,ມະ​ເລ​ເຊຍ​ແລະ​ຟີ​ລິບ​ປິນ​ໄດ້​ລົງ​ນາມ​ໃນ​ສັນຍາ​ຕ່າງໆ​ທີ່​ມີ​ຈຸດ​ປະສົງ​ເພື່ອ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກັນ​ໃນ​ພາກ​ພື້ນ,​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ.

ທ່ານມານ​ກີ​ດາ​ອານ ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ອິນ​ໂດ​ເນ​ເຊຍ​ໄດ້​ຮຽກຮ້ອງ 4 ປະ​ເທດ​ດັ່ງກ່າວ​ນີ້​ຈົ່ງ​ດຳ​ເນີນ​ການ​ບໍລິການ​ໃນ​ຂົງ​ເຂດ​ການ​ຂົນ​ສົ່ງ​ໃຫ້​ຫຼາຍ​ຂຶ້ນ​ຕື່ມ​ອີກ. ທ່ານ​ກ່າວ​ວ່າ,​ການ​ເຊື່ອມ​ຈອດ​ກັນ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ທີ່​ສຸດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ເຂດ​ເຕີບ​ໂຕ​ດ້ານ ເສດ​ຖະ​ກິດ​ຢູ່​ພາກ​ຕາ​ເວັນ​ອອກ​ອາ​ຊຽນ. ໂຄງ​ການ​ຮ່ວມ​ມື​ໃໝ່​ຈະ​ປະ​ຕິ​ບັດ​ໃນ​ໄວໆ​ນີ້, ຊຶ່ງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ປັບ​ປຸງ​ການ​ໝູນ​ວຽນ​ດ້ານ​ສິນ​ຄ້າ​ແລະ​ຜູ້​ຄົນ​ໃນ​ພາກ​ພື້ນ​ນີ້​ໃຫ້​ດີ​ຂຶ້ນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ການ​ຄ້າ​ແລະ​ການ​ທ່ອງ​ທ່ຽວ.

ຊ່ຽວຊານ​ດ້ານ​ຄົມມະນາຄົມ​ແລະ​ການ​ໝູນວຽນ​ຂອງ​ສິນຄ້າ​ຂອງ​ມະຫາວິທະຍາ​ໄລ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ການ​ເຊື່ອມ​ຈອດ​ກັນ​ແມ່ນ​ເສັ້ນ​ທາງ​ທີ່​ຕ້ອງ​ເດີນ​ຜ່ານ​​ເພື່ອ​ບັນລຸ​ການ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ທາງ​ດ້ານ​ເສດຖະກິດ​ຂອງ​ອາ​ຊຽນ​ໃນ​ປີ2015. ​ເຂດ​ເຕີບ​​ໂຕ​ດ້ານ​ເສດຖະກິດ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ຊຽນຫາກ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກັນ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ​ກັນ​ຂອງ​ການ​ພັດທະນາ​ດ້ານ​ເສດຖ​ະກິດ​ລະຫວ່າງ​ປະ​ເທດ​ອາ​ຊຽນ, ​ແລະ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ເສດຖະກິດ​ອາ​ຊຽນ​ເຊື່​ອມ​ໂຍງ​ເຂົ້າ​ເປັນອັນໜຶ່ງ​ອັນ​ດຽວ​ກັນ.

ເຈົ້າ​ໜ້າ​ທີ່​ກະຊວງ​ຄົມມະ​ນາ​ຄົມ​ອິນ​ໂດ​ເນ​ເຊຍ​ສະ​ເໜີ​ວ່າ, ດີ​ທີ່​ສຸດປະ​ເທດ​ຕ່າງໆສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມຂຶ້ນ​ມາ​ເພື່ອ​ປະສານ​ງານ​ວຽກ​ງານ​ທີ່​ກ່ຽວຂ້ອງ​ຢ່າງ​ເປັນ​ເອກະ​ພາບ​ກັນ, ຮັບປະກັນ​ໃຫ້​ປະ​ເທດ​ຕ່າງໆ​ສ້າງ​ລະບຽບການ​ທີ່​ເປັນ​ເອກະ​ພາບ​ກັນ, ປະຕິບັດ​ຂັ້ນ​ຕອນ​ຜ່ານ​ດ່ານ​ພາສີ​ທີ່​ເປັນ​ເອກະພາບ​ກັນ​ແລະ​ຮັກສາ​ຄວາມ​ໂປ່​ງ​ໃສ​ແລະ​ຄວາມ​ຍຸດຕິ​ທຳ, ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄວາ​ມຄິດ​ຄວາມ​ເຫັນ​ກັນ​ລະ​ຫວ່າງ​ປະ​ເທດ​ສະມາຊິກ, ​ເຮັດ​ໃຫ້ການ​ຮ່ວມ​ມື​ມີ​ປະສິດທິ​ພາບ​ສູງ​ກວ່າ​ເກົ່າ.