ກິດຈະກຳສັບປະດາ​ສິນ​ລະ​ປະ "ປະ​ເທດ​ຈີນ​ໃນ​ວັນ​ນີ້"​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 28 ຕຸລາ​ຫາ ວັນ​ທີ 8 ພະຈິກ​ຢູ່​ໄທ​ແລະ​ກຳປູ​ເຈຍ

(GMT+08:00) 2013-10-28 11:35:11     cri
ສູນ​ສິລະ​ປະການ​ສະ​ແດງ​ຂອງ​ສະຫະພັນ​ວັນນະຄະດີ​ແລະ​ສິລະ​ປະ​ຈີນ​​ໄດ້​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 27 ຕຸລາ​ນີ້​ວ່າ, ກິດຈະກຳ​ຕ່າງໆ​ຂອງ​ສັບປະດາ​ສິລະ​ປະ "ປະ​ເທດ​ຈີນ​ໃນ​ວັນນີ້"2013 ​ໂດຍ​ມີ​ສະຫະພັນ​ວັນນະຄະດີ​ແລະ​ສິລະ​ປະ​ຈີນ​ເປັນ​ເຈົ້າພາບ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 28 ຕຸລາ​ນີ້​ຫາ​ວັນ​ທີ 8ພະຈິກ​ໜ້າ​ນີ້​ຢູ່​ໄທ​ແລະ​ກຳປູ​ເຈຍ.

ທ່ານ​ຢູ້ຈຸ່ນ​ຈ້ຽນ ຫົວໜ້າ​ສູນ​ສິລະ​ປະການ​ສະ​ແດງ​ຂອງ​ສະຫະພັນ​ວັນນະຄະດີ​ແລະ​ສິລະ​ປະ​ຈີນ​ຈະ​​ເປັນ​ຫົວໜ້າ​ຜູ້​ກຳກັບ​ການສະ​ແດງ​ຂອງ​ກິດຈະກຳ​ລາດຕະ​ເວນສະ​ແດງ​ຢູ່​ອາຊີ​ຕາ​ເວັນ​ອອກສຽ​ງ​ໃຕ້​ໃນ​ຄັ້ງ​ນີ້. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື​CRI,​ທ່ານ​ຢູ້​ຈຸ່ນ​ຈ້ຽນ​ກ່າວ​ວ່າ, ຄະ​ນະ​ຜູ້​ແທນ​ນັກ​ສິລະ​ປິນຂອງ​ຈີນ​ຈະ​ດຳ​ເນີນ​ກິດຈະກຳ​ການສະ​ແດງ​ຢູ່​ນະຄອນຫຼວງ​ບາງກອກ​ຂອງ​ໄທ​ເລີ່​ມ​ແຕ່​ວັນ​ທີ 28 ຕຸລາ​ນີ້​ເປັນ​ຕົ້ນ​ໄປ, ຫຼັງ​ຈາກ​ນັ້ນ​,​ເລີ່​ມ​ແຕ່​ວັນ​ທີ 2ຫາ​ວັນ​ທີ 8ພະຈິກ​ໜ້າ​ນີ້​ຈະ​ຈັດ​ກິດຈະກຳ​ການສະ​ແດງ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ສີ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ,ຊຶ່ງຈະ​ສະ​ແດງ​ການ​ຮ້ອງ​ເພງ, ຟ້ອນ​ລຳ, ກາຍຍະ​ສິນ​ແລະ​​ເພງ​ກຳປູ​ເຈຍ​ເຫຼົ່າ​ນີ້​ເປັນ​ຕົ້ນ.ກິດຈະກຳ​ສັບປະດາ​ສິລະ​ປະ​ຄັ້ງ​ນີ້​ຍັງ​ຈະ​ຈັດ​ໃຫ້​ມີ​ງານ​ແລກປ່ຽນ​ຄວາມ​ຄິດ​ຄວ​ວມ​ເຫັນ​,​ງານ​ວາງສະ​ແດງ​ຮູບ​ພາບ​ແລະ ​ຫຼາກ​ຫຼາ​ຍ​ຮູບ​ການ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ໝາກຜົນ​ດ້ານ​ສິລະ​ປະ​ຈີນ​ໃນ​ສະ​ໄໝ​ປັດຈຸ​ບັນ​ພ້ອມ​ດ້ວຍ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ລົງ​ເຂດ​ສິລະ​ປະລະ​ຫວ່າງ​ຈີນ​ກັບ​​ໄທ​ແລະ​ກຳປູ​ເຈຍ.

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຈີນ​ຈັດ​ກິດຈະກຳ​ສັບປະດາ​ສິລະ​ປະ "ປະ​ເທດ​ຈີນ​ໃນ​ວັນ​ນີ້" ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.