ເຈົ້າ​ຄອງ​ນະຄອນ​ຊຽງ​ໄຮ​ກ່າວ​ວ່າ,​ເຂດ​ການ​ຄ້​າ​ເສ​ລີ​ຊຽງ​ໄຮ​ຈີນ​ມີ​ການ​ເລີ່​ມຕົ້ນ​ທີ່​ດີ

(GMT+08:00) 2013-10-28 11:42:09     cri
ວັນ​ທີ 27 ຕຸລາ​ນີ້, ທ່ານ​ຢາງ​ສົງ ​ເຈົ້າ​ຄອງ​ນະຄອນ​ຊຽງ​ໄຮ​ຈີນ​ກ່າວ​ວ່າ, ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຊຽງ​ໄຮຈີນ​ໄດ້​ມີ​ການ​ເລີ່​ມຕົ້ນ​ທີ່​ດີ​ໃນ​ການ​ໃຫ້​ບໍລິການ. ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 23 ຕຸລາ​ນີ້, ​ໄດ້​ໃຫ້ການ​ບໍລິການ​ດ້ານ​ຕ່າງໆ​ເຊັ່ນ​ການ​​ແລ່ນ​ເອກະສານ,​ໃຫ້​ຄຳ​ປຶກສາ​ແລະ​ອື່ນໆ​ແກ່​ຝ່າຍ​ຕ່າງໆ​ທັງ​ໝົດ 3 ໝື່ນ​ກວ່າ​ເທື່ອ​ຄົນ, ​ໃນ​ນັ້ນ, ​ໄດ້​​ໃຫ້ການ​ບໍລິການ​ແກ່​ວິ​ສາ​ຫະກິດ​ທັງ​ໝົດ 8421 ​ເທື່ອ,ຊຶ່ງ​ລວມທັງ​ການ​ກວດກາ​ແລະ​ຢັ້ງຢືນ​ຊື່​ວິ​ສາ​ຫະກິດ, ການ​ຕັ້ງ​ຊື່​ໃໝ່,ການ​ປ່ຽນ​ຊື່,ການ​ອອກ​ໃບ​ຢັ້ງຢືນ​ໃຫ້​ວິ​ສາ​ຫະກິດ.

ປັດຈຸ​ບັນ, ທະນາຄານ​ທຶນ​ຕ່າງປະ​ເທດ 4 ​ແຫ່ງ​ຄື ທະນາຄານCitibank ທະນາຄານDBS, ທະນາຄານHSBC ​ແລະ​ທະນາຄານ BEA ​ໄດ້​ຮັບ​ການ​ອະນຸມັດ​ໃຫ້​ສ້າງ​ຕັ້ງ​ສາຂາ​ທະນາຄານ​ຢູ່​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ແລ້ວ, ນອກ​ນີ້, ທະນາຄານ​ທຶນ​ຕ່າງ​ປະ​ເທດອີກ​ຈຳ​ນວນ​ໜຶ່ງ​ກໍ່​ກຳລັງ​ພິ​ຈາລະນາ​ຈະ​ສ້າງ​ຕັ້ງ​ສາຂາ​ຢູ່​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ເຊັ່ນ​ກັນ.

ຕາມ​ຂ່າວ​ແຈ້ງວ່າ, ພາ​ຍຫຼັງຄະນະ​ລັດຖະບານ​ຈີນອະນຸມັດ​ແຜນ​ລວມ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ແລ້ວ, ມາດ​ຕະການ​ສ່ວນ​​ໃຫຍ່​ທີ່​ກ່ຽວຂ້ອງ​ໄດ້​ວາງ​ອອກ​ແລ້ວ, ຕົວຢ່າງ​ວ່າ, ບັນຊີ​ລາຍ​ຊື່ຂົງ​ເຂດ​ຫ້າມ​ລົງທຶນ, ລະບຽບ​ການກວດກາ​ແລະ​ພິ​ຈາ​ລະ​ນາ​ອະ​ນຸ​ມັດ​ການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງປະ​ເທດ​ກໍ່ໄດ້​ປ່ຽນ​ເປັນລະບຽບ​ການ​ຈົດ​ທະບຽນ​ແລ້ວ, ການ​ປະຕິ​ຮູບ​ຮູບ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ດ່ານ​ພາສີ​ແລະ​ອື່ນໆ. ຂອບ​ປະ​ຕິ​ບັດ​ການ​ຢ່າງ​ມີ​ຫົວ​ຄິດ​ປະດິດ​ສ້າງ​ຂອງ​ເຂດ​ການ​ຄ້າ​ເສລີ​ກໍໄດ້​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ພື້ນຖານ​ເຊັ່ນ​ກັນ. ​ໃນ​ອະນາຄົດ​ຍັງ​ໄດ້​ວາງມາດ​ຕະການ​​ໃນ​ການ​ປະຕິບັດ​ເພື່ອປະຕິ​ຮູບ​ແລະ​ເປີດ​ປະຕູ​ຕື່ມ​ອີກຈຳນວນ​ໜຶ່ງ.