ງານ​ວາງສະ​ແດງ​ສາກົນ​ພາກ​ຕາ​ເວັນ​ຕົກ​​ຈີນຄັ້ງ​ທີ 14 ​ ປະ​ເທດ​ອາ​ຊຽນຈັດງານ​ແນະນຳ​​ໂຄສະນາ​ການ​ຄ້າ​ແລະ​ການ​ລົງທຶນ

(GMT+08:00) 2013-10-28 17:20:14     cri
ຕາມ​ຂ່າວສານ​ຊີ​ນຮວາ: ງານວາງ​ສະ​ແດງ​ສາກົນ​ພາກ​ຕາ​ເວັນ​ຕົກ​​ຈີນຄັ້ງ​ທີ 14 ທີ່​ໄດ້​ດຳ​ເນີນ​ເປັນ​ເວລາ 5 ວັນ ​ໄດ້ອັດ​ລົງ​ໃນ​ວັນ​ທີ 27 ຕຸລາ​ນີ້. ​ກອງ​ປະຊຸມ​ຂ່າວ​ຂອງ​ງານ​ວາງສະ​ແດງ​ສາກົນ​ພາກ​ຕາ​ເວັນ​ຕົກຄັ້ງ​ນີ້​ລາຍ​ງານວ່າ, ​ໃນ​ໄລຍະງານ​ວາງສະ​ແດງ​ສາກົນ​ພາກ​ຕາ​ເວັນ​ຕົກ​ຄັ້ງ​ນີ້​ໄດ້ເຊັນ​ສັນຍາໂຄງການ​​ລົງທຶນ​ລວມທັງ​ໝົດ 462 ​ໂຄງການ, ມູນ​ຄ່າ​ການລົງທຶນ​ໃນ​ສັນຍາ​ໄດ້​ບັນລຸ​ເຖິງ  563 ຕື້ 180 ລ້ານ​ຢວນ.

ທ່ານ​ມູ້​ຊິ່ນ​ໄຮ ​ເລຂາທິການ​​ສຳ​ນັກ​ເລຂາ​ຄະນະ​ກຳມະການ​ຈັດຕັ້ງງານ​ວາງສະ​ແດງ​ສາກົນ​ພາກ​ຕາ​ເວັນ​ຕົກ​ຄັ້ງ​ນີ້​ແຈ້ງ​ໃຫ້​ຮູ້​ວ່າ, ງານ​ວາງສະ​ແດງ​ສາກົນ​ພາກ​ຕາ​ເວັນ​ຕົກ​ຄັ້ງ​ນີ້​​ໄດ້​ເນັ້ນ​ໜັກ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ, ​ໄດ້​ດຶງ​ດູດວິ​ສາ​ຫະກິດ​ຂອງ​ຈີນ​ແລະ 72 ປະ​ເທດ​ແລະ​ເຂດ​ແຄວ້ນທັງ​ໝົດ 4​.000 ກວ່າ​ແຫ່ງ​ເຂົ້າ​ຮ່ວມ; ​​ໄດ້​ເຊື້ອ​ເຊີນ​ບຸກຄົນ​ສຳຄັນ​ທາງ​ການ​ເມືອງ​ຈາກ 7 ປະ​ເທດ​ຂອງ 5 ທະ​ວີ​ບ​ໃນ​ໂລກ​ເຂົ້າ​ຮ່ວມ​ງານ. ລັດຖະມົນຕີ​​ເສດຖະກິດ​ການ​ຄ້າຂອງປະ​ເທດ​ອາ​ຊຽນກໍ່​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສາກົນ​ພາກ​ຕາ​ເວັນ​ຕົກ, ​ແລະ​ໄດ້​ຈັດ​ງານ​ແນະນຳ​ໂຄສະນາ​ການ​ຄ້າ​ແລະ​ການ​ລົງທຶນ​ໃນ​ຄັ້ງ​ນີ້.

ຫົວໜ້າ​ຂອງ​ສຳນັກ​ຜູ້​ຕາງໜ້າສູນ​ສົ່ງ​ເສີມ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ມະ​ເລ​ເຊຍ​ທີ່​ນະຄອນ​ເສີງຕູ່ຈີນກ່າວ​ວ່າ: "ງານ​ວາງສະ​ແດງ​ສາກົນ​ພາກ​ຕາ​ເວັນ​ຕົກ​ຈີນແມ່ນ​ເວທີ​ການສະ​ແດງ​ທີ່​ສຳຄັນຂອງຂະ​ແໜງການ​ບໍລິການ​ຂອງ​ມະ​ເລ​ເຊຍ, ນີ້​ເຮັດ​ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດມະ​ເລ​ເຊຍ-ຈີນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ." ທ່ານກ່າວວ່າ, ​ໃນ​ໄລຍະ​ງານ​ວາງສະ​ແດງ, ງານວາງສະ​ແດງ​ຂະ​ແໜງ​ການ​ບໍລິການ​ຂອງ​ມະ​ເລ​ເຊຍ​ໄດ້​ຈັດ​ຕັ້ງ​ງານ​ສັງ​ສັນການ​ຄ້າ​ແບບ​ໜຶ່ງ​ຕໍ່​ໜຶ່ງ​ລວມ 631 ຄັ້ງ, ກິດຈະກຳ​ງານ​ສັງ​ສັນ​ການ​ຄ້າ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ 5 ຄັ້ງ, ຍອດມູນ​ຄ່າ​ການ​ຄ້ານັບ​ລວມ​ແລ້ວ​ໄດ້​ບັນລຸ​ເຖິງ 516 ລ້ານ​ຢວນ, ​ເພີ່ມ​ຂຶ້ນ 47,4% ​ເມື່ອ​ທຽບ​ໃສ່​​ງານ​ວາງສະ​ແດງ​ຄັ້ງ​ຜ່ານ​ມາ.