ຈີນ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກ​​ເປັນ​ຄັ້ງທຳ​ອິດ​ໃນຮອບ 20 ປີ

(GMT+08:00) 2013-10-28 17:26:29     cri
ໃນ​ວັນ​ສຸກ​ອາ​ທິດ​ທີ່​ຜ່ານ​ມານີ້ ຄະນະ​​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຶ່ງ​ເປັນອົງການ​ນິຕິ​ບັນຍັດ​​ສູງ​ສຸດຂອງ​ຈີນ​ໄດ້ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກສະບັບ​ປັບປຸງ​​, ກົດໝາຍ​ສະບັບ​ປັບປຸງ​ນີ້​ຈະ​ເລີ່​ມມີ​ຜົນ​ບັງຄັບ​ໃຊ້ແຕ່​ວັນ​ທີ 15 ມີນາ​ປີ 2014 ໜ້າ​ນີ້​ເປັນ​ຕົ້ນ​ໄປ. ນີ້​​ແມ່ນ​ການ​ດັດ​ແກ້​ທີ່​ສຳຄັນ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ຈີນ​ເລີ່​ມປະຕິບັດ​ກົດໝາຍ​ສະບັບ​ນີ້​ເກືອບ 20 ປີ​ເປັນ​ຕົ້ນ​ມາ. ກົດໝາຍ​ສະບັບ​ໃໝ່​ໄດ້​ປັບປຸງ​ບູລະນະ​ລະບຽບ​ການ​ປົກ​ປ້ອງ​ສິດ​ແລ​ະຜົນ​ປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກ​ໃຫ້​ສົມບູນ​ຂຶ້ນ​ຕື່ມ​ອີກ, ບັນຫາຕ່າງໆ​ທີ່​ຜູ້​ບໍລິ​ໂພ​ກປະສົບ​ເຊັ່ນ:ຖືກ​ຫຼອກ​ລວງ​ໃນ​ເວລາ​ຊື່​ເຄື່ອງ​ໂດຍ​ຜ່ານ​ອິນ​​ເຕີ​ເນັດ, ດ້ານ​ການສະ​ແດງ​ຫຼັກ​ຖານ​ເພື່ອ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ມີ​ຄວາມ​ຫຍຸ້ງຍາກ, ຂໍ້ມູນ​ລັບ​ສ່ວນ​ຕົວ​ຖືກ​ເປີດ​ເຜີຍ​​ແລະ​ບັນຫາ​ອື່ນໆ​ຄາດ​ວ່າ​ຈະໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ຜ່ານ​ຊ່ອງ​ທາງ​ກົດໝາຍ.