ປະທານາທິບໍດີ​ຝລັ່ງກ່າ​ວວ່າ​ສິງກະ​ໂປ​ແມ່ນ "ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ" ຂອງ​ຕົນ

(GMT+08:00) 2013-10-29 15:07:01     cri
ວັນ​ທີ 28 ຕຸລາ​ນີ້​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ລີ​ຊຽນລຸງ, ນາຍົກລັດຖະມົນຕີສິງກະ​ໂປ​ທີ່​​ໄປ​ຢ້ຽມຢາມ​ຝຣັ່ງ, ທ່ານຝຣັງຊົວ ​ໂອນ​ລອງດ໌, ປະທານາທິບໍດີ​ຝຣັ່ງກ່າວ​ວ່າ, ສິງກະ​ໂປ​ແມ່ນ "ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ"ຂອງຝຣັ່ງ​ໃນ​ເວທີ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ສາກົນ, ​ແລະ​ໄດ້​ກ່າວ​ເນັ້ນ​ເຖິງ "ການ​ພົວພັນ​ຢ່າງ​ໃກ້ຊິດ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ" ລະຫວ່າງ​ສອງ​ປະ​ເທດ​ໃນ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ປອດ​ໄພ.

​ໃນ​ເວລາ​ພົບ​ປະກັນ, ທ່ານ​ໂອນ​ລອງ​ດ໌ກ່າວ​ວ່າ, ຝຣັ່ງ​​ແລະ​ສິງກະ​ໂປ​ມີ​ເປົ້າ​ໝາຍ​ຮ່ວມ​ກັນ​ໃນ​ດ້ານ​ການ​ຕໍ່ຕ້ານ​ລັດທິ​ກໍ່​ການຮ້າຍ​ສາກົນ​ແລະ​​ໂຈນ​ສະຫຼັດ​ແລະ​ຮັບປະກັນ​ການ​ເດີນ​ເຮືອ​ທາງ​ທະ​ເລ​ຢ່າງ​ເສລີ. ທ່ານ​ກ່າວ​ເນັ້ນ​ວ່າ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ເສດຖະກິດ, ການ​ຄ້າ​ແລະ​ການ​ເງິນ​ມີ​ຊີວິດ​ຊີວາຫຼາຍ. ທ່ານ​ຮູ້ສຶກ​ເພີ່ງພໍ​ໃຈ​ຕໍ່​ການ​ພັດທະນາ​ດ້ານ​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາທີ່​ໄດ້​ຮັບ​ການ​ເພີ່ມ​ທະວີຂຶ້ນ.

ກະຊວງ​ການ​ຄ້າ​ຕໍ່​ຕ່າງປະ​ເທດ​ຝຣັ່ງ​ແຈ້ງ​​ໃຫ້​ຮູ້​ວ່າ, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຝຣັ່ງກັບ​ສິງກະ​ໂປ​ໃນ​ປີ 2012 ​ມີ​ຫຼາຍ​ກວ່າ 10 ຕື້​ໂດ​ລາ, ຄາດ​ວ່າ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຈະ​ບັນລຸ​ເຖິງ 15 ຕື້​ໂດ​ລາ​ໃນ​ປີ 2020.