ເຮືອ​ບິນ​ໂດຍ​ສານ​ຂະ​ໜາດ​ໃຫຍ່​C919​ທີ່​ຈີນ​ຜະ​ລິດ​ນັ້ນ​ໄດ້​ຮັບ​ໃບ​ສັ່ງ​ຈອງ​ຈຳ​ນວນ 400 ລຳ​ແລ້ວ

(GMT+08:00) 2013-10-29 15:15:29     cri
ຕອນ​ຄ່ຳ​ວັນ​ທີ 28 ຕຸລາ​ນີ້,ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ບໍລິສັດ​ເຮືອບິນ​​ເພື່ອການ​ຄ້າຈີນ​ຈຳກັດ​ໄດ້​ເຊັນ​ສັນຍາ​ກັບ​ບໍລິສັດ​ສຳ​ປະທານ​ການ​ເງິນ​ຊິງ​ເຢ້ຈຳກັດ​ເພື່ອ​ຈະ​ສັ່ງຊື້​ເຮືອບິນ​ໂດຍສານ​ຂະໜາດ​ໃຫຍ່ C919 ​ໃນ​ຈຳນວນ 20 ລຳ. ມາ​ຮອດ​ປະຈຸ​ບັນ, ຍອດ​ຈຳນວນ​​​ໃບ​ສັ່ງ​ຈອງເຮືອບິນ​ໂດຍສານ​ຂະໜາດ​ໃຫຍ່ C919 ​ໄດ້​ບັນລຸ​ເຖິງ 400 ລຳ​ແລ້ວ.

ທ່ານ​ທຽນ​ມິນ ຫົວໜ້າ​ບັນຊີ​ໃຫຍ່​ຂອງ​ບໍລິສັດ​ເຮືອບິນ​​ເພື່ອ​ການ​ຄ້າ​ຈີນ​ຈຳກັດ​ໄດ້​ກ່າວ​ຢູ່​ໃນ​ພິທີ​​​ເຊັນສັນຍາ​ວ່າ, ​ໃບ​ສັ່ງ​ຈອງ​ເຮືອບິນ​ຂະໜາດ​ໃຫຍ່ C919​ໄດ້​ບັນລຸ​ເຖິງ 400 ລຳ​ແລ້ວ, ດ້ານ​ໜຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕ້ອງການ​ຢ່າງຫຼວງ​ຫຼາຍ​ຂອງ​ຕະຫຼາດ​ເຮືອບິນ​ພົນລະ​ເຮືອນ​ຂອງ​ຈີນ, ອີກ​ດ້ານ​ໜຶ່ງ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ​ລູກ​ຄ້າ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​​ໄດ້ຍອມຮັບ​ແລະ​ເຊື່ອ​ໝັ້ນ​ໃນ​ເຮືອບິນ​ໂດຍສານ C919ຂອງ​ຈີນ.

ທ່ານ​ທຽນ​ມິນ​ເຜີຍ​ໃຫ້​ຮູ້​ວ່າ, ປະຈຸ​ບັນ, ຕົວ​ຍົນ​ຂອງ​ເຮືອບິນ​ໂດຍສານ​ຂະໜາດ​ໃຫຍ່ C919​ໄດ້​ເຂົ້າ​ສູ່​ໄລຍະ​ການ​ຜະລິດ​ຢ່າງ​ເປັນ​ທາງ​ການ​ແລ້ວ, ຈີນ​ກຳລັງ​ພະຍາຍ​າຍາມ​ມອບ​ສົ່ງ​ເພື່ອ​ໃຫ້ປະຕິບັດ​ໜ້າທີ່​ການບິນ​ຄັ້ງ​​ທຳ​ອິດ​ໃນ​ທ້າຍ​ປີ2015ທີ່​ຈະ​ມາ​ເຖິງ​ນີ້.ສ່ວນ​ເຮືອບິນ​ຂະໜາດ​ນ້ອຍARJ21​ໄດ້​ສຳ​ເລັດ​ການ​ທົດ​ລອງ​ການບິນ​ເພື່ອ​ກວດກາຢືນຢັນ​ລະບົບ​ເອ​ເລັກ​ໂຕຼນິກການບິນ​ໃນ​ວັນ​ທີ 28 ຕຸລາ​ນີ້. ​ເຮືອບິນ 3ລຳ ທີ່​ຈະ​ມອບ​ສົ່ງ​ໃຫ້​ລູກ​ຄ້າ​ນັ້ນ​ໄດ້​ເຂົ້າ​ສູ່​ໄລຍະ​ການ​ຕິດ​ຕັ້ງ​ປະກອບ​ໂດຍ​ລວມ​ແລ້ວ, ຄາດ​ວ່າ​ເຮືອບິນ​ລຳ​ທຳ​ອິດ​ຈະ​ສາມາດ​ມອບ​ສົ່ງ​ໃຫ້​ລູກ​ຄ້າ​ໄດ້​ໃນ​ທ້າຍ​ປີ2014ໜ້າ​ນີ້.