ອີຣານ​ແລະ​ອົງການIAEA ສືບ​ຕໍ່ດຳ​ເນີນ​ການ​ສົນທະນາກ່ຽວ​ກັບ​ບັນຫາ​ນີວ​ເຄຼຍຂອງ​ອີຣານ,ຄາດ​ວ່າ​ສອງ​ຝ່າຍ​ຈະ​ສາມາ​ໄດ້​ຮັບ​ຜົນສຳ​ເລັດ​ຕົວ​ຈິງ​ທີ່​ດີ

(GMT+08:00) 2013-10-29 15:17:35     cri
ຕອນ​ບ່າຍ​ວັນ​ທີ 28 ຕຸລາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ອົງການ​ພະລັງງານ​ປະລະມານູ​ສາກົນ​ຫຼືIAEA​ແລະ​ອີຣານ​ໄດ້​ດຳ​ເນີນ​ການ​ສົນທະນາ​ຮອບ​ທີ 12 ກ່ຽວ​ກັບ​ເອກະສານ​ຂອບ​ກ່ຽວ​ກັບ​ການກວດກາ​ບັນຫາ​ນີວ​ເຄຼຍຂອງ​ອີຣານຢູ່​ນະຄອນຫຼວງ​ວຽນ​ຂອງ​ໂອ​ຕຼີສ. ການ​ສົນທະນາບໍ່​ໄດ້​ບັນລຸ​ຜົນສຳ​ເລັດ​ຕາມ​ເວລາ​ກຳນົດ​ທີ່​ຄາດ​ໄວ້​ລ່ວງ​ໜ້າ, ສອງ​ຝ່າຍ​ຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຈລະຈາ​ໃນ 10 ​ໂມງ​ຂອງ​ວັນ​ທີ 29 ຕຸລາ​ນີ້.

ຕາມ​ຂ່າວ​ແຈ້ງວ່າ, ພາຍຫຼັງ​ຄະນະ​ລັດຖະບານ​ຊຸດ​ໃໝ່​ຂອງ​ອີຣານຂຶ້ນ​ກຳ​ອຳນາດ​ແລ້ວ, ​ໄດ້​ກ່າວ​ມາ​ຫຼາຍ​ເທື່ອ​ແລ້ວ​ວ່າ​ຈະ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງອີຣານດ້ວຍ​ວິທີ​ທາງ​ການ​ທູດ, ​ໃນ​ນັ້ນ​ລວມ​ເຖິງ​ການ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ກ່ຽວ​ກັບ​ບັນຫາ​ຈຳນວນ​ໜຶ່ງ​ທີ່​ມີ​ຄວາມ​ລະ​ແວງ​ສົງ​ໃສ​ກ່ຽວ​ກັບ​ແຜນການ​ນີວ​ເຄຼຍຂອງ​ອີຣານ, ອົງການIAEA ​ໄດ້​ສະ​ແດງຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້. ​ແຕ່​ວັນ​ທີ 30 ຫາ​ວັນ​ທີ 31 ຕຸລາ​ນີ້, ໜ່ວຍ​ວິຊາ​ການ​ທີ່​ປະກອບ​ດ້ວຍຊ່ຽວຊານອີຣານ 7 ຄົນຈະ​ພົບ​ປະ​ກັບ​ຊ່ຽວຊານ​ຂອງ 6 ປະ​ເທດ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ນີວ​ເຄຼຍອີຣານຄື ອາ​ເມ​ລິ​ກາ,ອັງກິດ,ຝະຣັ່ງ,ຣັດ​ເຊຍ ຈີນ​ແລະ​ເຢຍລະ​ມັນ, ​ເພື່ອ​ປູ​ທາງ​ໃຫ້​ແກ່​ການ​ເຈລະຈາ​​ເຊີ​ແນວ​ທີ່​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 7ຫາ​ວັນ​ທີ 8 ພະ​ຈິກ​ໜ້າ​ນີ້. ມີ​ນັກວິ​ເຄາະ​ເຫັນ​ວ່າ, ກອງ​ປະຊຸມ​ເຫຼົ່າ​ນີ້​ຈະ​ສາມາດ​ສ້າງ​ພື້ນຖານ​ໃຫ້​ແກ່ການ​ເຈລະຈາ​ບັນຫາ​ນີວ​ເຄຼຍຮອບ​ໃໝ່​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເຊີ​ແນວ​ແຫ່ງ​ສວິສ​ໃນ​ເດືອນ​ໜ້າ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ.