ຈີນ​ເຫັນ​ວ່າ ປະຊາ​ຄົມ​ໂລກ​ຄວນ​ສ້າງ​ລະບຽບ​ການ​ກ່ຽວ​ກັບ​ການ​ປະພຶດ​ທາງ​ອິນ​ເຕີ​ເນັດ​ໂດຍ​ໄວ

(GMT+08:00) 2013-10-29 15:19:48     cri
ວັນ​ທີ 28 ຕຸລາ​ນີ້ ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ນາງ​ຮົ໋ວຊຸນ​ຢິງ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ບັນຫາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ແມ່ນ​ບັນຫາ​ຄວາມ​ປອດ​ໄພ​ທີ່​ບັນດາ​ປະ​ເທດ​ເປັນ​ຫ່ວງ​ໂດຍ​ທົ່ວ​ໄປ​ໃນ​ປັດຈຸບັນ, ກອງ​ປະຊຸມ​ຄັ້ງ​ທີ 8 ຂອງ​ເວທີ​ປຶກສາ​ຫາລື​ການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 22 ຫາ​ວັນ​ທີ 25 ຕຸລາ​ນີ້​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ, ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ແລະ​ຄວາມ​ບໍ່ພໍ​ໃຈ​ນຳ​ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ທີ່ດັກ​ຟັງຜູ້ນຳ​ຂອງ​ປະ​ເທດ​ອື່ນ, ​ແລະ​ເຫັນ​ວ່າການ​ກະທຳ​ແນວ​ນີ້​ໄດ້​ທຳລາຍ​ອະທິປະ​ໄຕ​ຂອງ​ປະ​ເທດ​ອື່ນ, ​ເປັນ​ການລ່ວງ​ລ້ຳ​ສິດ​ຄວາມ​ລັບ​ສ່ວນ​ຕົວ, ​ແລະ​ໄດ້​​ເຮັດ​ໃຫ້​ມວນ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ແລະ​ຄວາມ​ໝັ້ນ​ໃຈຕໍ່​ອິນ​ເຕີ​ເນັດນ້ອຍ​ລົງ.

ນາງ​ຮົ໋ວຊຸນ​ຢິງກ່າວ​ວ່າ, ຈີນ​ເຫັນ​ວ່າ, ທ່າ​ອ່ຽງດັ່ງກ່າວ​ນີ້​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ຢູ່​ໃນ​ເວທີ​ປຶກສາ​ຫາລື​ການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ຂອງອົງການ​ສະຫະ​ປະຊາ​ຊາດ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ແລະ​ກໍ່​ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​​ຕໍ່​ທັດສະນະ​ຂອງ​ຈີນ​ທີ່​ໄດ້​ກ່າວ​ມາ​ຫຼາຍ​ເທື່ອ​ແລ້ວ​ວ່າ, ບັນ​ຫາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ແມ່ນ​ບັນຫາ​ຄວາມ​ປອດ​ໄພ​ທີ່​ບັນດາ​ປະ​ເທດ​ເປັນ​ຫ່ວງ​ໂດຍ​ທົ່ວ​ໄປ​ໃນ​ປັດຈຸບັນ. ປະຊາ​ຄົມ​ໂລກ​ມີ​ຄວາມ​ຈຳ​ເປັນ​ໃຊ້​ການ​ປະຕິບັດ​ການ​ຢ່າງ​ຕັ້ງໜ້າ​ພາຍ​ໃຕ້​ຂອບ​ອົງການ​ສະຫະ​ປະຊາ​ຊາດ, ສ້າງ​ລະບຽບ​ການ​ປະພຶດ​ທາງ​ອິນ​ເຕີ​ເນັດ​ໂດ​ຍ​ໄວ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ,ຄວາມ​ປອດ​ໄພ,​ເປີດ​ປະຕູ,​ແລະ​ກາ​ນຮ່ວມ​ມື​ຂອງ​ອິນ​ເຕີ​ເນັດ.