ຄວາມສາມາດ​ບົ່ມ​ຊ້ອນ​ດ້ານ​ຕະຫຼາດ​ພະລັງງານ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ

(GMT+08:00) 2013-10-29 16:58:59     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 28 ຕຸລາ​ນີ້, ບຸກຄົນ​ວົງ​ການຕ່າງໆ​ທີ່​ເຂົ້າ​ຮ່ວມສັບປະດາ​ພະລັງງານ​ສາກົນ​ສິງກະ​ໂປ​ໄດ້​ປຶກສາ​ຫາລື​ຄວາມສາມາດ​ບົ່ມ​ຊ້ອນ​ດ້ານ​ຕະຫຼາດພະລັງງານ​ອາຊີ​ຢ່າງຮອບດ້ານ, ບາ​ງຄົນ​ເຫັນ​ວ່າ​ຕະຫຼາດ​ພະລັງງານ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ອາດ​ຈະ​ກາຍ​ເປັນ​ຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອີກ​ແຫ່ງ​ໜຶ່ງ​ຊຶ່ງ​ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ໂດ​ຍຖັດຈາກ​ຈີນ​ແລະ​ອິນ​ເດຍ.

ທ່ານ​ຟາ​ຕິຮ໌ ບີ​​ໂຣນ ຫັວໜ້ານັກ​ເສດຖະສາດ​ຂອງ​ອົງການ​ພະລັງງານ​ສາກົນ​ຫຼື IEA ກ່າວ​ວ່າ, ​ແຕ່​ກ່ອນ ຄົນ​ທັງຫຼາຍ​ສົນທະນາ​ກ່ຽວ​ກັບຄວາມ​ຕ້ອງການ​ດ້ານ​ພະລັງງານມັກ​ຈະ​ສຸມ​ໃສ່​ຈີນ​ແລະ​ອິນ​ເດຍ, ​ແຕ່​ເສດຖະກິດ​ຂອງ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ມີ​ປະຊາກອນ 600 ລ້ານ​ຄົນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ອາດ​ຈະ​ແມ່ນ​ຕະຫຼາດພະລັງງານ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ທີ່​​ຄວນໄດ້​ຮັບ​ຄວາມ​ສົນ​ໃຈອີກ​ແຫ່ງ​ໜຶ່ງ. ທ່ານ​ກ່າ​ວວ່າ, ຕະຫຼາດ​ພະລັງງານ​ທີ່​ພັດທະນາ​ຂຶ້ນ​ມາ​ໃໝ່ 3 ​ແຫ່ງ​ນີ້​​ໄດ້​ບົ່ງ​ບອກ​ວ່າ​ຈຸດ​ໜັກ​ໃຈກາງຂອງ​ຕະຫຼາດ​ພະລັງງານ​ທົ່ວ​ໂລກ​ຈະ​ຍ້າຍໄປສູ່​ທິດຕາ​ເວັນ​ອອກຢ່າງ​​ແທ້ຈິງ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ຕໍ່​ກອງ​ປະຊຸມ ທ່ານ​​ເຊັກ ຄາລິດ ບິນ ຄາ​ ​ລີ​ຟາ ​ອານ​ທານີ, ຜູ້​ບໍລິຫານ​ທຸລະ​ກິດ​ສູງ​ສຸດ​ຫຼື CEO ຂອງ​ບໍລິສັດ​ອາຍ​ແກັສທຳ​ມະ​ຊາດ​ກາ​ຕາ​ຊຶ່ງ​​ເປັນ​ບໍລິສັດ​ອາຍ​ແກັສທຳ​ມະ​ຊາດ​​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ໄດ້​ກ່າວ​ເຖິງ​ການ​ຮ່ວມ​ມື​ກັບ​ສິງກະ​ໂປ. ​ວ່າບໍລິສັດ​ອາຍ​ແກັສທຳ​ມະ​ຊາດ​ກາ​ຕາ​ໄດ້​ເລີ່​ມສົ່ງ​​ອາຍ​ແກັສທຳ​ມະ​ຊາດ​ໃຫ້​ແກ່​ສິງກ​ະ​ໂປ​ແລ້ວ.

ທ່ານອິສວາ​ເຣນ, ລັດຖະມົນຕີປະຈຳ​ສຳນັກງານ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີຊ່ວຍວ່າການ​ກະຊວງ​ວຽກ​ງານ​ພາຍ​ໃນ​ແລະ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ສິງກະ​ໂປ​ກ່າວ​ວ່າ, ທ່າ​ກຳ​ປັ່ນ​ອາຍ​ແກັສທຳ​ມະຊາດແຫ່ງ​ທຳ​ອິດ​ຂອງ​ສິງ​ກະ​ໂປ​​ໄດ້​ເລີ່​ມນຳ​ໃຊ້​ແລ້ວໃນ​ເດືອນ​ພຶດສະພາ​ປີ​ນີ້, ປະຈຸ​ບັນ ສາມາດ​ສະໜອງ​ອາຍ​ແກັສທຳ​ມະ​ຊາດ​​ໄດ້ 3 ລ້ານ 5 ​ແສນ​ໂຕນຕໍ່​ປີ, ຄາດ​ວ່າ​ຈະ​ບັນລຸ​ເຖິງ 9 ລ້ານ​ໂຕນ​ຕໍ່​ປີ​ໃນ​ອະນາຄົດ.