ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຈີນ​ພົບ​ປະ​ກັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ມະ​ເລ​ເຊຍ

(GMT+08:00) 2013-10-29 18:05:45     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 29 ຕຸລາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງຂອງ​ຈີນ, ທ່ານ​ສາງ​ວ້ານສວນ ທີ່​ປຶກສາ​ແຫ່ງ​ລັດ​ທັງ​ເປັນລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮີ​ຊາມ​ມູ​ດິນ ຕຸ​ນ ຮຸ​ສ໌​ເຊັນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມະ​ເລ​ເຊຍ.

ທ່ານ​ສາງ​ວ້ານ​ສວນ​ກ່າວ​ວ່າ, ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ສອງ​ກອງທັບ​ຈີນ-ມະ​ເລ​ເຊ​ຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າຢ່າງ​ຕັ້ງໜ້າ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຢ່າງ​​ແໜ້ນ​​ແຟ້ນ​ໃນ​ຂົງ​ເຂດ​ການ​ຢ້ຽມຢາມ​ລະຫວ່າງການ​ນຳ​ຂັ້ນສູງ, ການ​ປຶກສາ​ຫາລື​ດ້ານ​ວຽກ​ງານ​ປ້ອງ​ກັນ​, ການ​ອົບຮົມ​ບຸກຄະລາ​ກອນ, ການ​ຢ້ຽມຢາມ​ກັນລະຫວ່າງ​ກຳ​ປັ່ນ​ຮົບຂອງ​ສອງ​ປະ​ເທດ​ແລະ​ອື່ນໆ. ພາຍ​ໃຕ້​ສະຖານະ​ການ​ໃນ​ປະຈຸ​ບັນ, ສອງ​ກອງທັບ​ຄວນ​ຖືການ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເປັນ​ໂອກາດ​ທີ່​ດີ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຢ່າງ​​ແທ້ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ, ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຮີ​ຊາມ​ມູດິນ ຕຸ​ນ ຮຸ​ສ໌​ເຊັນກ່າວ​ວ່າ, ມະ​ເລ​ເຊຍ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນກັບຈີນ, ຍິນ​ດີ​ສືບ​ຕໍ່​ລົງ​ເລິກ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆລະຫວ່າງສອງ​ປະ​ເທດ​ແລະ​ສອງ​ກອງທັບ​.