UNEPຢືນຢັນ​ຄວາມ​ພະຍາຍາມ​ຂອງ​ຈີນ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ

(GMT+08:00) 2013-10-29 19:43:27     cri
ຕາມ​ຂ່າ​ວສານ​ຊີ​ນຮວາ​: ວັນ​ທີ 28 ຕຸລາ​ນີ້, ງານ​ວາງສະ​ແດງ​ການ​ພັດທະນາ​ໃຕ້-​ໃຕ້​ທົ່ວ​ໂລກ​ຄັ້ງ​ທີ 6 ​ໄດ້​ໄຂຂຶ້ນ​ຢູ່​ນະຄອນຫຼວງ​ໄນ​ໂຣບີ​ຂອງ​ເຄັນ​ຢາ, ທ່ານ​ອາຊີ​ມ ສ​ເຕນີ ຮອງ​​ເລຂາທິການ​​ໃຫຍ່ສະຫະ​ປະຊາ​ຊາດ ​ຫົວໜ້າ​ບໍລິຫານ​ງານ​ອົງການ​ສິ່ງ​ແວດ​ລ້ອມ​ສະຫະ​ປະຊາ​ຊາດ​ຫຼື UNEP​ໄດ້​ໃຫ້ຄວາມຢືນຢັນ​ຕໍ່​ຄວາມ​ພະຍາຍາມ​ຂອງ​ຈີນ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ. ທ່ານ​ອາຊີ​ມ ສ​ເຕນີກ່າວວ່າ, ລັດຖະບານ​ຈີນ​ສົ່ງ​​ເສີມ​​ໃຫ້ພາກສ່ວນ​​ແລະ​ວິ​ສາ​ຫະກິດ​ພາກ​ເອ​ກະ​ຊົນກາຍ​ເປັນ​ພາກສ່ວນ​ກາ​ນຜະລິດ​ຂອງ​ສັງຄົມ​ທີ່​ຍິ່ງສະ​ອາດ ​ແລະ​ເກີດ​ສິ່ງ​ມົນ​ລະ​ພິດ​ໜ້ອຍກວ່​າ​ເກົ່າ, ນີ້​ແມ່ນອາ​ລິ​ຍະ​ທຳຊີວະ​ພາບ​ທີ່​ລັດຖະບານ​ຈີນ​​ໄດ້ເນັ້ນ​ໜັກມາແລ້ວ. ທັດສະນະ​ຄະຕິ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ, ​ແນວ​ຄວາມ​ຄິດ​ດ້ານການ​ພັດທະນາ​ຂອງ​ຈີນ​ແມ່ນ​ເຮັດ​ໃຫ້ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະການ​ພັດທະນາ​ເສດຖະກິດ​ມີ​ຄວາມ​ດຸ່ນດ່ຽງ​ໂດຍ​ພື້ນຖານ, ​ແລະກໍ່​ຜັນ​ຂະ​ຫຍາ​ຍທັດສະນະ​ຄະຕິ​ນີ້ໃນ​​ແຜນການ​ການ​ພັດທະນາ​ໃນ​ອະນາຄົດ.