ນາຍົກລັດຖະມົນຕີສິງກະ​ໂປ​ກ່າວ​ເນັ້ນ​ວ່າ​ຕ້ອງ​ວາງ​ນະ​ໂຍບາຍດ້ານ​ແຮງ​ງານ​ເຄື່ອນຍ້າຍຢ່າງ​ລະມັດລະວັງ

(GMT+08:00) 2013-10-30 15:06:57     cri
ວັນ​ທີ 29 ຕຸລາ​ນີ້, ທ່ານ​ລີ​ຊຽນລຸງ, ນາຍົກລັດຖະມົນຕີສິງກະ​ໂປ​ທີ່​ພວມ​ຢ້ຽມຢາມ​ຝຣັ່ງກ່າວ​​ເນັ້ນ​ວ່າ, ສິງກະ​ໂປ​ຕ້ອງ​ສ້າງ​ວິທີ​ແກ້​ໄຂ​ແບບ​ຍືນ​ຍົງ​ຢ່າງ​ລະມັດລະວັງ, ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຍາວ​ໄກ​ດ້ານ​ຊັບພະຍາກອນ​ແລະ​ເສດຖະກິດ​ຂອງ​ລັດ.

ທ່ານ​ລີ​ຊຽນລຸງ​ກ່າວ​ວ່າ, ວິທີ​​​ແບບ​ຍືນ​ຍົງໝາຍ​ຄວາມ​ວ່າ​ຈະ​ຮັບປະກັນ​ຈຳນວນ​ຊາວ​​ແຮງ​ງານ​ເຄື່ອນຍ້າຍທີ່​ສົມ​ເຫດ​ສົມ​ຜົນ, ​ໃນ​ຂະນະ​ດຽວ​ກັນກໍຮັບປະກັນ​ໃຫ້​ເຂົາ​ເຈົ້າ​ສາມາດເຊື່ອມ​ໂຍງ​ເຂົ້າສັງ​ຄົມ​ໄດ້, ປະຊາຊົນ​ສິງກະ​ໂປ​ກໍ່​ສາມາດ​ປັບ​ໂຕ​ເຂົ້າ​ກັບ​ຊາວ​ແຮງ​ງານ​ເຄື່ອນ​ຍ້າຍ​ໃຫ້​ເຂົ້າ​ສັງຄົມ​ສິງກ​ະ​ໂປ, ຜົນ​ກະທົບ​ຍ້ອນ​​ແຮງ​ງານ​ເຄື່ອນ​ຍ້າຍ​​ໃໝ່​ເຂົ້າ​ສິງກະ​ໂປ​ກໍ່​ບໍ່​ໃຫຍ່ປານ​ໃດ, ​ເຮັດ​ໃຫ້​ໃຈກາງ, ທັດ​ສະ​ນະ​ຄຸ​ນຄ່າ​ແລະ​ນ້ຳ​ໃຈ​ຂອງ​ສັງຄົມ​ເກີດ​ມີ​ການ​ປ່ຽນ​ແປງ. ພ້ອມ​ກັນ​ນັ້ນ, ວິທີ​ນຳ​ເຂົ້າ​ແຮງງານ​ສັນຊາດ​ຕ່າງປະ​ເທດ​ແລະ​ຊາວ​ຍົກຍ້າຍກໍ່​ຕ້ອງ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສິງກະ​ໂປ​ໃນ​ດ້ານຊັບພະຍາກອນ, ​​​​ເຮັດ​ໃຫ້​​ແຮງ​ງານ​ເຄື່ອນຍ້າຍສາມາດຕອບ​ສະໜອງຄວາມ​ບໍ່​ພຽງພໍ​ດ້ານ​ບຸກຄະລາ​ກອນ​ຂອງ​ສິງກະ​ໂປ​ໄດ້.