ເອກ​ອັກ​ຄະ​ລັດ​ຖະທູດ​ຟີ​ລິບ​ປິນປະຈຳ​ຈີນ​ກ່າວວ່າ: ປະຊາຊົນຟີ​ລິບ​ປິນຍິນ​ດີ​ເປັນ​ເພື່ອນມິດ​ທີ່​ດີ​ກັບ​ປະຊາຊົນ​ຈີນ​ຕະຫຼອດ​ໄປ

(GMT+08:00) 2013-10-30 19:58:39     cri
ຕາມ​ຂ່າວCRI: ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ນາງ​ເອີ​ລິນ​ດາ ບາ​ຊີ​ລີ​ໂອ ​ເອກ​ອັກ​ຄະ​ລັດຖະທູດ​ຟີ​ລິບ​ປິນປະຈຳ​ຈີນ​ກ່າວ​ຢູ່​ນະຄອນຫຼວງປັກ​ກິ່ງ​ຂອງ​ຈີນວ່າ, ປະຊາຊົນ​ຟີ​ລິບ​ປິນຍິນ​ດີ​ເປັນ​ເພື່ອນມິດ​ທີ່​ດີ​ກັບ​ປະຊາຊົນ​ຈີນ​ຕະຫຼອດ​ໄປ.

ທ່ານນາງ​ເອກ​ອັກຄະ​ລັດຖະທູດ​ເອີ​ລິນ​ດາ ບາ​ຊີ​ລີ​ໂອ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ລ້ຽງ​ຕ້ອນຮັບ​ທີ່​ຈັດ​ຂຶ້ນ​ຢູ່​ບ້ານພັກ​ເອກ​ອັກຄະ​ລັດຖະທູດ​ໃນ​ຕອນ​ຄ່ຳ​ວັນ​ທີ 28 ຕຸລາ​ນີ້. ງານ​ລ້ຽງ​ຕ້ອນຮັບ​ແມ່ນ​ຈັດ​ຂຶ້ນ​ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ພະ​ແນ​ກພາສາ​ຟີ​ລິບ​ປິນຂອງ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ແລະ​ວິຊາ​ພາສາ​ແລະ​ວັດທະນະທຳ​ຟີ​ລິບ​ປິນຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ຂອງ​ຈີນ​ທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້ການ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຟີ​ລິບ​ປິນ-ຈີນ. ນີ້​ແມ່ນ​ບ້ານ​ພັກເອກ​ອັກຄະ​ລັດ​ຖະທູດ​ຟີ​ລິບ​ປິນ​ເປີດ​ປະຕູ​ຕໍ່​ແຂກ​ຕ່າງປະ​ເທດ​ເປັນ​ຄັ້ງທຳ​ອິດ​​.

ທ່ານນາງເອີ​ລິນ​ດາ ບາ​ຊີ​ລີ​ໂອ​ກ່າວວ່າ, ການ​ກະທຳ​ດັ່ງກ່າວ​ມີ​ຈຸດປະສົງ​ເພື່ອ​ສະ​ແດງ​ຄວາມ​ຈິງອົກຈິງໃຈ​ຂອງ​ປະຊາຊົນ​ຟີ​ລິບ​ປິນຕໍ່​ປະຊາຊົນ​ຈີນ, ຮັດແໜ້ນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງຊາດ. ນາງ​ກ່າວ​ຕື່ມ​ວ່າ, ​ຍິນ​ດີ​ຕ້ອນຮັບ​ເພື່ອນມິດ​ຈີນ​ໄປ​ທ່ຽວ​​ຟີ​ລິບ​ປິນ​ເພື່ອ​ສຳຜັດ​​​ໄມຕີ​ຈິດ​ມິດຕະພາບ​ແລະ​ຄວາມ​ກະຕືລື​ລົ້ນ​ຂອງ​ປະຊາຊົນ​ຟີ​ລິບ​ປິນຢ່າງ​ໃກ້ຊິດ​, ສະຖານທູດ​ຟີ​ລິບ​ປິນປະຈຳ​ຈີນ​ຍິນ​ດີ​ສະ​ໜອງ​ການ​ບໍລິການ​ໃນ​ທຸກໆ​ດ້ານ.

ທ່ານນາງ​ເອກ​ອັກຄະລັດຖະທູດຍັງ​ກ່າວ​ວ່າ, ​ເນື້ອ​ໃນ​"ຄວາມ​ຝັນ​ຂອງ​ຈີນ" ຄ້າຍຄື​ກັນ​ກັບ​ອຸດົມ​ການ​ຂອງ​ຟີ​ລິບ​ປິນທີ່​ໄດ້ສະ​ແຫວ​ງຫາ​​ມາ​ເປັນ​ໄລຍະ​ຍາວ​ນານ, ປະຊາຊົນ​ຟີ​ລິບ​ປິນກໍ່​ຫວັງ​ວ່າ​ປະ​ເທດ​ຕົນມີ​ການ​ພັດທະນາ, ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​​ແລະ​ກໍ່​ຢາກ​ເປີດ​ກວ້າງ​ການ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ກັບ​ປະຊາຊົນ​ຂອງ​ປະ​ເທດ​ອື່ນໆ.