ສື່​ມວນ​ຊົນ​​ເອີ​ລົບ​​ຕາ​ເວັນ​ຕົກກ່າວ​ວ່າ​ກອງ​ປະຊຸມ​ຄົບຄະນະ​ຄັ້ງ​ທີ3​ສະ​ໄໝ​ທີ18​ຈະ​ເປັນບາດ​ລ້ຽວສຳລັບ​ການ​ປະຕິ​ຮູບຂອງ​ຈີນ

(GMT+08:00) 2013-10-30 10:59:58     cri
ຕາມ​ຂ່າວCRI, ສື່​ມວນ​ຊົນ​ເອີ​ລົບ​ຕາ​ເວັນ​ຕົກສົນ​ໃຈ​ນຳ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ3​ສະ​ໄໝ​ທີ18​ຂອງ​ພັກ​ກອມ​ມູນິດ​ຈີນຫຼາຍ​ທີ່​ສຸດ.

ຂ່າວສານ​​ລອຍ​ເຕີ​ຂອງ​ອັງກິດ​ລາຍ​ງານ​ວ່າ, ກອງປະຊຸມ​ຄົບ​ຄະນະ​ຄັ້ງ​ທີ3​ສະ​ໄໝ​ທີ18​ອາດ​ຈະ​ປະກາດ​ແຜນການ​ປະຕິ​ຮູບ​ເສດຖະກິດ​ແລະ​ສັງຄົມ​ທີ່ "ບໍ່​ເຄີຍ​ມີ​ມາ​ກ່ອນ". ບົດ​ລາຍ​ງານ​ວິຈານ​ວ່າ, ​ແຜນການ​ປະຕິ​ຮູບຄັ້ງ​ນີ້​ຈະ​ເນັ້ນ​ໃສ່​ດຳ​ເນີນ​ການ​ປະຕິ​ຮູບ​ຕໍ່​ໂຄງ​ປະກອບ​ເສດຖະກິດ​ຂອງ​ຈີນ ທີ່​ເປັນ​ອົງ​ກອນ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​. ບົດ​ລາຍ​ງານ​ຍັງ​ວິຈານ​ວ່າ, ​ເມື່ອ​ສັງ​ເກດ​ຈາກ​ປະຫວັດສາດ​ແລ້ວ​ເຫັນ​ວ່າ, ກອງປະຊຸມ​ຄົບ​ຄະນະ​ຄັ້ງ​ທີ3​ຫຼາຍ​ຄັ້ງຜ່ານ​ມາ​ຂອງ​ພັກ​ກອມ​ມູນິດ​ຈີນ​ລ້ວນ​ແຕ່​ກາຍ​ເປັນບາດ​ລ້ຽວ​ໃນ​ການ​ປະຕິ​ຮູບ​ເສດຖະກິດ​ທີ່​ສຳຄັນ​ຂອງ​ຈີນ. ບົດ​ລາຍ​ງານ​ຍັງ​ຄາດ​ຄະ​ເນ​ວ່າ, ​ແຜນການ​ປະຕິ​ຮູບ​ອາດ​ຈະ​ລວມທັງ​ການ​ປະຕິ​ຮູບ​ດ້ານ​ທະນາຄານ​ແລະ​ພາສີ​ອາກອນ, ​ເຊິ່ງອາດ​ຈະ​​ລວມທັງ​ມາດ​ຕະການ​ເລັ່ງລັດ​​ໃນການ​ສ້າງສາ​ຕົວ​ເມືອງ​ຕ່າງໆອີກ ​ເຊັ່ນ: ການ​ປະຕິ​ຮູບ​ນະ​ໂຍບາຍ​ທີ່​ດິນ, ການຫຼຸດຜ່ອນ​ການ​ຈຳກັດ​ຕໍ່​ການ​ຂື້ນ​ທະບຽນດ້ານ​ສຳມະ​ໂນ​ຄົວ ​ແລະ​ອື່ນໆ. ບົ​ດລາຍ​ງານ​ຍັງ​ຂຽນ​ວ່າ, ບັນຫາ​ຫຍຸ້ງຍາກ​​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ​ແມ່ນ​ດຳ​ເນີນ​ການ​ປະຕິ​ຮູບ​ຕໍ່​ລັດ​ວິ​ສາ​ຫະກິດ.

ຂ່າວສານAFPຂອງຝຣັ່ງ​ໄດ້ນຳ​ເອົາ​ການ​ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ​ຈີນ​ມາ​ແຈ້ງວ່າ, ພັກ​ກອມ​ມູນິດ​ຈີນ​ຈະ​ຈັດ​ກອງ​ປະຊຸມ​ຄັ້ງສຳຄັນ​ທີ່​ສຸດ​ຄັ້ງ​ໜຶ່ງ, ກອງ​ປະຊຸມ​ຈະ​ປະກາດ​ແຜນການ​ປະຕິ​ຮູບ​ເສດຖະກິດທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງຍາວ​ໄກ, ນັກວິ​ເຄາະ​ຂອງ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຕິດຕາມ​ຂໍ້​ມູນ​ຕ່າງໆ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ປະຕິ​ຮູບ​ຂອງ​ຈີນ.