ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​​ເນື້ອ​ໃນເອກະສານ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງ​ສູນ​ກາງ​ພັກ

(GMT+08:00) 2013-10-30 11:02:13     cri
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ29​ຕຸລາ​ນີ້, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ, ປຶກສາ​ຫາລື​ວຽກ​ງານ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ແຕ່​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ2​ສະ​ໄໝ​ທີ18​ມາ​ນີ້, ​ໂດຍ​ໄດ້ຄົ້ນຄວ້າ​ບັນຫາ​ສຳຄັນ​ເພື່ອ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ສຳ​ຫຼວດ​ແລະ​ເຫັນ​ດີ​ພິມ​​ແຈກ​ຢາຍ "ກົດ​ລະບຽບວ່າດ້ວຍ​ອົງການ​ຈັດ​ຕັ້ງ​ພັກ​ລັດ​ໃຫ້​ປະຢັດ​ມັດທະຍັດ ​ແລະ​ຕ້ານ​ການ​ຫຼິ້ນ​ກິນ​ຟູມ​ເຟືອຍ". ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ໄດ້​ເປັນ​ປະທານ​ກອງ​ປະຊຸມຄັ້ງ​ນີ້.

ກອງ​ປະຊຸມ​ຕົກລົງ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ3​ສະ​ໄໝ​ທີ18​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ9​ຫາ​ວັນ​ທີ11​ພະຈິກ​ໜ້າ​ນີ້.

ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບການ​ແລະ​ຂໍ້​ຄິດ​ເຫັນ​ໃນ​ຂອບ​ເຂດ​ໃດ​ໜຶ່ງ​ຢູ່​ພາຍ​ໃນ​ແລະ​ນອກ​ພັກ​ຕໍ່ "ຂໍ້​ຕົກລົງ​ກ່ຽວ​ກັບບັນຫາ​ສຳຄັນ​ຈຳນວນ​ໜຶ່ງ​ທີ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ", ອີງ​ຕາມ​ຄວາມ​ເຫັນ​ທີ່​ປຶ​ກສາ​ຫາລື​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ແລ້ວ​ໃຫ້​ດຳ​ເນີນ​ການ​ປັບປຸງ​ຄືນ​ບາງ​ດ້ານ​ແລ້ວ​ຍື່ນ​ໃຫ້​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ3​ສະ​ໄໝ​ທີ18ພິຈາລະນາ​ແລະ​ຮັບຮອງ​ເອົາ.