ງານ"ສັບປະດາ​ຮູບ​ເງົາ​ຈີນ"​ເລີ່​ມຂຶ້ນ​ແລ້ວ​ທີ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ

(GMT+08:00) 2013-10-31 10:50:37     cri
ຕາມ​ຂ່າ​ວCRI: ວັນ​ທີ 30 ຕຸລາ​ນີ້, "ສັບປະດາ​ຮູບ​ເງົາ​ຈີນ"ທີ່​ສະ​ຖາ​ບັນ​ຂົງຈື້ລາວ​ເປັນ​ເຈົ້າພາບ​ໄດ້​ໄຂ​ຂຶ້ນ​ຢູ່​ຫໍ​ປະຊຸມ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ, ​ໄດ້​ດຶງ​ດູດ​ຜູ້​ນິຍົມ​ຮຽນ​ພາສາ​ຈີນ​ແລະ​ປະຊາຊົນ​ຢູ່​ໃກ້​ມະຫາວິທະຍາ​ໄລ​ມາ​ເຂົ້າ​ຊົມຢ່າງ​ຫຼາວ​ຫຼາຍ.

ຜູ້​ຮັບຜິດຊອບ​ຂອງ​ສະ​ຖາ​ບັນ​ຂົງຈື້ຂອງມະຫາວິທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ແນະນຳ​ວ່າ, ກິດຈະກຳ "ສັບປະດາ​ຮູບ​ເງົາ​ຈີນ"​ແມ່ນ​ກິດຈະກຳທີ່​ມີ​ລັກສະນະ​ພິ​ເສດ​​ຂອງ​ສະ​ຖາ​ບັນ​ຂົງຈື້, ​ເລີ່​ມຈາກ​​ສາຍຕາ​ທີ່​ສ່ອງ​ແສງ​ຊີວິດ​ການ​ເປັນ​ຢູ່​ແລະ​ວັດທະນະທຳ​ທີ່​ມີ​ມູນ​ເຊື້ອ​ຂອງ​ຈີນ, ​ໃຊ້​ວິທີ​ກິດຈະກຳ​ທີ່​ມີ​ຊີວິດ​ຊີວາ, ​ເຮັດ​ໃຫ້ເພື່ອນມິດ​ລາວ​ຮູ້ຈັກ​ຈີນ​ແລະ​ຮູ້​ຈັກ​ວັດທະນະທຳ​ຂອງ​ຈີນຫຼາຍ​ກວ່າ​ເກົ່າ​. ກິດຈະກຳສັບປະດາ​ຮູບ​ເງົາ​ເທື່ອ​ນີ້​ກໍ່​ເປັນ​ຂີດ​ໝາຍ​ທີ່​ກິດຈະກຳ​ວັດທະນະທຳ​ຕ່າງໆ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້​ຂອງ​ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ໄດ້​ເລີ່​ມຂຶ້ນ​ແລ້ວ.