ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຢ້ຽມຢາມ​ຝະຣັ່ງ

(GMT+08:00) 2013-10-31 10:39:36     cri

ພາຍຫຼັງພົບປະເຈລະຈາກັນແລ້ວ, ນາຍົກລັດຖະມົນຕີຈີນແລະຝະຣັ່ງໄດ້ຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນ

ຕອນ​ບ່າຍ​ວັນ​ທີ 30 ຕຸລາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ວັງ​ເອລິ​ເຊ ທີ່​ເປັນ​ທຳນຽບປະທານາທິບໍດີ​ຝະຣັ່ງ, ທ່ານ​ຟຼານຊົວ ອ໋ອນ​ລອງ ປະ​ທາ​ນາ​ທິ​ບໍ​ດີ​ຝະ​ຣັ່ງ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ເດີນ​ທາງ​ຢ້ຽມຢາມ​ຝະຣັ່ງ​ເປັນ​ເທື່ອ​ທຳ​ອິດ. ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ຫວາງ​ຢີ້​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ໂລ​ເລັນ​ທ໌ ຟາ​ບີ​ອູ​ສ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝະ​ຣັ່ງ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝະ​ຣັ່ງ,​ແລະ​ໄດ້​ຖະ​ແຫຼ​ງຂ່າວ​ຕໍ່​ສື່​ມວນ​ຊົນ.

ທ່ານຫວາງຢີ້ຕອບຄຳຖາມຂອງນັກຂ່າວໃນງານຖະແຫຼງຂ່າວ

ໃນ​ເວລາ​ກ່າວ​ເຖິງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຝະຣັ່ງ, ທ່ານ​ຫວາງ​ຢີ້ກ່າວ​ຢູ່​ໃນ​ງານ​ຖະ​ແຫຼ​ງຂ່າວ​ວ່າ, ຈີນ​ໄດ້​ໃຫ້​ຄວາມ​ສຳຄັນ​​ໃນ​ລະດັບ​ສູງ​ຕໍ່​ການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ກັບ​ຝະຣັ່ງຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ປີ2014 ​ແມ່ນ​ປີ​ທີ່​ຈີນ​ແລະ​ຝະຣັ່ງສ້າງສາ​ຍພົວພັນ​ທາງ​ການ​ທູດນຳ​ກັນ​ຄົບຮອບ 50 ປີ, ​​ໃນ​ໂອກາດ​ນີ້, ຫວັງ​ວ່າ​ສອງ​ປະ​ເທດ​ຈະ​ສາມາດ​ປັບປຸງ,​ລົງ​ເລິກ​ແລະ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ,​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ໝັ້ນຄົງ​ຕື່ມ​ອີກ​ຢ່າງ​ບໍ່​ຢຸດ​ຢັ້ງ.

1 2