ມະຕິຕົກລົງ​ສະບັບ​ຫຼ້າ​ສຸດຂອງທະນາຄານ​ກາງ​ອາ​ເມ​ລິ​ກາ​ລະບຸ​ວ່າ​ຈະ​ຮັກ​ສາ​ປະລິມານ​ການ​ຊື້​ພັນ​ທະ​ບັດ​ຢູ່​ໃນ​ລະ​ດັບ​​ເກົ່າ

(GMT+08:00) 2013-10-31 11:03:17     cri
ກອງ​ປະຊຸມ​ສະ​ໄໝ​ສາມັນ​ປະຈຳ​ເດືອນ​ຕຸລາກ່ຽວ​ກັບ​ນະ​ໂຍບາຍ​ເງິນຕາ​ຂອງ​ທະນາຄານ​ກາງ​ອາ​ເມ​ລິ​ກາ​ຫຼືFEDທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ວັນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ​ໃນ​ວັນ​ທີ 30 ຕຸລາ​ນີ້, ຫຼັງ​ຈາກ​ນັ້ນ,ອົງການ​ສ້າງ​ນະ​ໂຍບາຍ​ຂອງFED ຄື ຄະນະ​ກຳມະການ​ຕະຫຼາດ​ເປີດ​ເຜີຍ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໄດ້​ຖະ​ແຫຼງວ່າ,ຈະສືບ​ຕໍ່​ຮັກສາ​ອັດຕາ​ດອກ​ເບັ້ຍ​ເປົ້າ​ໝາຍ​ຢູ່​ໃນລະຫວ່າງ0%ຫາ 0,25% ຄື​ເກົ່າ.ພ້ອມ​ດຽວ​ກັນ​ນັ້ນ,​ກໍ​ຕົກ​ລົງ​ສືບ​ຕໍ່​ປະຕິບັດ​ແຜນການ​ຈັດ​ຊື້​ຊັບ​ສິນມູນ​ຄ່າ 85ຕື້​ໂດ​ລາ​ຕໍ່​​ເດືອນ​ໂດຍ​ອີງ​ຕາມ​ຜົນ​ການ​ລົງ​ຄະ​ແນນ​ສຽງ​ທີ່​ມີ 9 ສຽງ​ເຫັນ​ດີ​ແລະ 1 ສຽງ​ຄັດຄ້ານ.

ເຊິ່ງ​ໄດ້​ຕ່າງ​ກັບ​ຖະ​ແຫຼ​ງການ​​ທີ່​ຜ່ານ​ມາ,ຄືຖະ​ແຫຼ​ງການ​ຂອງ​ອົງການFED​ໃນ​​ເທື່ອ​ນີ້​ໄດ້​ຊີ້​ອອກ​ວ່າ,ການ​ຟື້ນ​ຕົວ​ຂອງ​ຂະ​ແໜງ​ການ​ອະສັງຫາ​ລິ​ມະ​ຊັບ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ​ໄດ້​ຊ້າ​ລົງ​ເລັກ​ນ້ອຍ. ຂໍ້​ຕົກລົງ​ຂອງ​ອົງການFED​ທີ່​ຮັກສາ​ນະ​ໂຍບາຍ​ເງິນຕາ​ທີ່​ຜ່ອນຄາຍ​​ໃນ​ຄັ້ງ​ນີ້​ແມ່ນ​ສອດ​ຄ່ອງ​ກັບ​ການ​ຄາດຄະ​ເນ​ຂອງ​ຕະຫຼາດ​ໃນ​ກ່ອນ​ໜ້າ​ນີ້.ຖະ​ແຫຼ​ງການ​ຍັງຢືນຢັນ​ວ່າ,ກ່ອນ​ຈະ​ປັບປຸງ​ປະລິມານ​ການ​ຊື້​ພັນທະບັດ, ຕ້ອງ​ໄດ້​ເຫັນ​ຫຼັກ​ຖານ​ທີ່​ສາມາດ​ຢັ້ງຢືນ​ວ່າ​ເສດຖະກິດ​​ໄດ້​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ.