ກະຊວງ​ການ​ຕ່າງປະ​ເທດ​ຈີນ​ສະ​ແດງ​ຄວາມ​​ເສົ້າ​ສະຫຼົດ​ໃຈ​ຕໍ່​ຜູ້​ຖືກ​ເຄາະ​ຮ້າຍທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ​ໃນ​ເຫດການ​ລົດ​ຈິບ​ຕຳ​ຂົວ​ຈິ່ນສຸ້ຍ​ຫໍ​ທຽນ​ອ່ານ​ເມິ​ນທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

(GMT+08:00) 2013-10-31 12:03:18     cri
ວັນ​ທີ 30 ຕຸລາ​ນີ້,ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ,ທ່ານ​ນາງ​ຮົ໋ວຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຈີນ​ກ່າວ​ວ່າ, ​ເຫດການ​ລົດ​ຈິບ​ຕຳ​ຂົວ​ຈິ່ນສຸຍ​ຫໍ​ທຽນ​ອ່ານ​ເມິ​ນຢູ່​ນະຄອນຫຼວງປັກ​ກິ່ງ​ທີ່​ເກີດ​ຂຶ້ນ​ໃນ​ເມື່ອ​ມໍ່ໆ​ມ​ານີ້​ໄດ້​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ,ຊຶ່ງ​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 5 ຄົນ. ຈີນ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເຫດການ​ທີ່​ບໍ່​ເພິ່ງ​ປາຖະໜາ​ໃນ​ຄັ້ງ​ນີ້,​ແລະ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຜູ້​​​ຖືກ​ເຄາະ​ຮ້າຍ​ທີ່​ບໍ່​ມີ​ຄວາມ​ຜິດ​ຫຍັງ, ​ແລະສະ​ແດງ​ຄວາມຢື້​ຢາມ​ຖາມ​ຂ່າວ​ຕໍ່ຄອບຄົວ​ຂອງຜູ້​ເສຍ​ຊີວິດ​ແລະ​ຜູ້​ບາດ​ເຈັບ​ໃນ​ເຫດການ​ຄັ້ງ​ນີ້.

ນາງ​ຮົ໋ວຊຸນ​ຢີງກ່າວ​ວ່າ, ພາຍຫຼັງ​ເຫດການ​ເກີດ​ຂຶ້ນ​ແລ້ວ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ໃຊ້​ປະຕິບັດ​ການ​​ໂດຍ​ທັນທີ, ຮັບປະກັນ​ໃຫ້​ຜູ້ບາດ​ເຈັບ​ໄດ້​ຮັບ​ການປິ່ນປົວ​ຢ່າງ​ມີ​ປະສິດທິ​ຜົນ​ແລະ​ທັນ​ການ, ຈີນ​ໄດ້​ແຈ້ງ​ສະພາບ​ການ​ໃຫ້​ສະຖານທູດ​ປະ​ເທດ​ທີ່​ກ່ຽວຂ້ອງ​ປະຈຳ​ຈີນ​ຊາບ​ຢ່າງ​ທັນ​ການ, ​ແລະ​ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ສະຖານ​ທູດ​ປະ​ເທດ​ທີ່​ກ່ຽວຂ້ອງ​ໄດ້ໄປຢ້ຽມ​ຢາມ​ຜູ້​ບາດ​ເຈັບ​ທີ່​ເປັນ​ພົນລະ​ເມືອງ​ຂອງ​ຕົນແລະ​ອື່ນໆ. ຈີນ​ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ເພື່ອ​ແກ້​ໄຂ​ວຽກ​ງານ​ທີ່​ກ່ຽວຂ້ອງ​​ໃຫ້​ດີ.