ສັງ​ເກດກອງ​ປ​ະຊຸມ​ຄົບ​ຄະນະຄັ້ງ​ທີ 3 ສະ​ໄໝ​ທີ 18 ຂອງສູນ​ກາງ​ພັກ​ຄອມ​ມູນິດ​ຈີນ: ການ​ທົດສອບ​ທາງ​ການ​ເມືອງ​ທີ່​ຍິ່ງ​​ໃຫຍ່ທີ່​ຕັດສິນ​ຊະ​ຕາ​ກຳ​ຂອງ​ຈີນ

(GMT+08:00) 2013-10-31 18:21:18     cri
ຕາມ​ຂ່າວສານ​ຊີ​ນຮວາ​: ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ສະ​ໄໝ​ທີ 18 ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 9 ຫາ​ວັນ​ທີ 12 ພະຈິກໜ້າ​ນີ້, ​ເພື່ອ​ຄົ້ນຄວ້າບັນຫາ​ກ່ຽວ​ກັບ​ການລົງ​ເລິກການ​ປະຕິ​ຮູບ​ຢ່າງຮອບດ້ານ​ແລະ​ທຳ​ການຈັດ​ວາງ​ໂດຍ​ລວມ, ປະສານ​ງານ​ແລະ​ຊຸກຍູ້​ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ຕ່າງ​ໆ​ເຊັ່ນ​: ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ, ການ​ສ້າງ​ອາ​ລິ​ຍະ​ທຳຊີວະ​ພາບ​ເປັນ​ຕົ້ນ, ການ​ປະຕິ​ຮູບ​ໃນ​ຄັ້ງນີ້​ຈະ​ດຳ​ເນີນ​ໄປ​ດ້ວຍ​ຂອບ​ເຂດ​ກວ້າງຂວາງ​ແລະ​ແຂງ​ແຮງ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ.

ນັກສັງ​ເກດ​ການ​ພາຍ​ໃນ​ແລະ​ຕ່າງປະ​ເທດຫຼາຍທ່ານ​ຄາດ​ຄະ​ເນ​ວ່າ, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ນີ້​ຈະ​ຖືກ​ຂຽນ​ເຂົ້າ​ໃນ​ປື້​ມປະຫວັດສາດ​ຂອງ​ຈີນ​ຍ້ອນ​​ໄດ້​ຖືກ​ໝາຍ​ເປັນ​ຈຸດ​ເລີ່​ມຕົ້ນ​ໃໝ່​ຂອງ​ ​ປະຫວັດສາດ​​ການ​ປະຕິ​ຮູບຂອງ​ຈີນ, ​ໂດຍບໍ່​ພຽງ​ແຕ່​ຈະ​ຕັດສິນ​ອະນາຄົດ​ຂອງ​ການ​ພັດທະນາ​ຂອງ​ຈີນ​ພາຍ​ໃນ 10 ປີ​ຂ້າງ​ໜ້າ​ເທົ່າ​ນັ້ນ, ​ແຕ່ຍັງ​ຈະ​ມີ​ຜົນ​ສະທ້ອນ​ຕໍ່​ແລວ​ທາງ​ທ່າ​ທີ​ຂອງ​ຈີນ​ແລະ​ສະຖານະ​ການ​ລະບຽບ​ການ​ຂອງ​ໂລກ​ໃນ​ສັດຕະວັດ​ທີ 21 ອີກ​ດ້ວຍ.

ທ່ານ​ເສີນຕ້າ​ເຫວີຍ, ຜູ້​ຊ່ຽວຊານ​ກ່ຽວ​ກັບ​ບັນຫາ​ຈີນ​ຂອງ​ມະຫາວິທະຍາ​ໄລ​ຈອດ​ຈ໌ ວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ​ກ່າວ​ວ່າ, ພັກ​ຄອມ​ມູນິດ​ຈີນ​ພວມ​ຢັ້ງຢືນ​ໃຫ້​ເຫັນ​ວ່າ​ຕົນ​ເອງ​ມີ​ຄວາມ​ສາມາດ​​​ໃນ​ການດຳ​ເນີນ​ການປັບ​ຕົວ​ແລະ​ການ​ປະຕິ​ຮູບ​ທີ່​ສຳຄັນໃນ​ຂົງ​ເຂດ​ທີ່​ສຳຄັນ​ຕ່າງ​ໆ​ຊຶ່ງ​ລວມທັງ​ໂຄງ​ປະກອບການ​ເມືອງ​. ທີ່​ຈິງ​ແລ້ວ​ນີ້​ກໍ່ໝາຍ​ຄວາມ​ວ່າພັກ​ຄອມ​ມູນິດ​ຈີນ​ພວມ​ດຳ​ເນີນ​ການ​ທົດ​ສອບທາງ​ການ​ເມືອງ​ທີ່ບໍ່​ເຄີຍມີ​ມ່າກ່ອນ​.