ລະບົບນຳ​ທາງ​ດາວ​ທຽມ "​ເປີ​ຍ​ໂຕວ"ຂອງ​ຈີນ​ເລີ່​ມ​​ໃຫ້​ບໍລິການຢູ່​ໄທ

(GMT+08:00) 2013-10-31 18:22:11     cri
ຕາມ​ຂ່າວສານຊີ​ນຮວາ: ວັນ​ທີ 30 ຕຸລາ​ນີ້, ​ຢູ່​ນະຄອນຫຼວງ​ບາງ​ກອກ​ຂອງ​ໄທ, ເຈົ້າ​ໜ້າ​ທີ່​ຂອງ​ສອງ​ປະ​ເທດໄທ-​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ລະບົບ​ນຳ​ທາງດາວ​ທຽມ "​ເປີ​ຍ​​ໂຕວ"ທີ່​ຈີນ​ຄົ້ນຄວ້າຜະລິດ​ເອງ​ຊຶ່ງ​ເປັນ​ໜຶ່ງ​ໃນ​ 4 ລະບົບ​ນຳ​ທາງ​ດາວ​ທຽມ​ທີ່​ສຳຄັນ​ຂອງ​ໂລກ​ຈະ​ເລີ່​ມ​​ໃຫ້​ບໍລິການຢູ່​ໄທ​ໃນ​ຕົ້ນ​ປີ 2014ໜ້າ​ນີ້, ​ໄທ​ກໍ່​ຈະ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ອາ​ຊຽນທີ່​ນຳ​ໃຊ້​ລະບົບ​ນຳ​ທາງ​ດັ່ງກ່າວ.

ທ່ານ​ອາ​ນົນ ຫົວໜ້າ​ກົມ​ເຕັກ​ໂນ​ໂລ​ຊີດ້ານພູມ​ສາດ​ອະວະກາດໄທ​ກ່າວ​ວ່າ, ການ​ສ້າງ​ລະບົບ​​ເຕືອນ​ໄພລ່ວງ​ໜ້າບົນ​ພື້ນຖານເຕັກ​ໂນ​ໂລ​ຊີ​ຄວບ​ຄຸມ​ທາງ​ໄກດ້ວຍ​ດາວ​ທຽມ "​ເປີ​ຍ​​ໂຕວ"ຈະ​ຖືກ​ຈັດ​ເຂົ້າ​ໃນ​ແຜນການ​​ພັດທະນາ​ເສດຖະກິດຂອງ​ລັດຖະບານ​ໄທ, ຕົ້ນຕໍ​ແມ່ນ​ໃຫ້ການ​ບໍລິການ​ ​​ເຕື່ອນ​ໄພ​ລ່ວງ​ໜ້າ​ໃນ​ດ້ານ​ກະສິກຳ​ຂອງ​ໄທ, ນອກ​ນີ້​ຍັງ​ໄດ້​ກວມ​ໄປ​ເຖິງ​ຂົງ​ເຂດ​ຕ່າງໆ​ຂອງ​ໄທອີກ​ເຊັ່ນ: ຄົມມະນາຄົມ, ພະລັງງານ​ໄຟຟ້າ​ແລະສິ່ງ​ແວດ​ລ້ອມ​​ເປັນ​ຕົ້ນ. ທ່ານ​ອາ​ນົນກ່າ​ວວ່າ, ລະບົບ​ນຳ​ທາງ​ດາວ​ທຽມ"​ເປີ​ຍ​ໂຕວ"ບໍ່​ພຽງ​ແຕ່​ສາມາດ​ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການ​ເຕັກນິກ​ວິທະຍາ​ສາດ​ທີ່​ກ້າວໜ້າ​ຂອງ​ໄທ​ເທົ່າ​ນັ້ນ, ​ແຕ່ຍັງ​ສາມາດ​ສະໜອງ​ການ​ບໍລິການ​ໃຫ້​ແກ່​ປະຊາຊົນ​ໄທ​ຫຼາຍ​ກວ່າ​ເກົ່າອີກ, ວິ​ສາ​ຫະກິດ​ທ້ອງ​ຖິ່ນ​ຂອງ​ໄທ​ສາມາດ​ກຳ​​ແໜ້ນໂອກາດ​ຂອງການ​ພັດທະນາ​ນີ້.

ທ່ານຫຼີວຈຸ່ນ​ອີ້, ຮອງ​ຫົວໜ້າ​ປະຈຳການ​ສູນຄົ້ນຄວ້າ​ແລະ​ບໍລິການ​ການຮັບ​ເໝົາຕໍ່ພາຍ​ນອກ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ອູ​ຮ້ານ​ຈີນ​ກ່າວ​ວ່າ, ປະຈຸ​ບັນ ສອງ​ຝ່າຍຈີນ-​ໄທ​ໄດ້​ຕົກລົງ​ຮ່ວມ​ກັນວ່າ, ຈະ​ເລີ່​ມສ້າງ​ສະຖານີ​ດາວ​ທຽມຕົວ​ແບບ​ຢູ່​ໃນ​​ເຂດ​ນິຄົມ​ອຸດສາຫະກຳ​ອະວະກາດ​ປະດິດ​ສ້າງ​​ທີ່​ຕັ້ງ​ຢູ່​ຈັງຫວັດ​ຊົນ​ບຸຣີທາງພາກ​ກາງຂອງ​ໄທ​ໃນ​ເດືອນ​ພະຈິກ​ໜ້າ​ນີ້, ​ແລະ​ຈະເລີ່​ມລົງມື​ກໍ່ສ້າງ​ຢ່າງ​ເປັນ​ທາງ​ການໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃນ​ຕົ້ນ​ປີ 2014.ປະຈຸ​ບັນ, ​ລະບົບ "​ເປີ​ຍ​​ໂຕວ"​​ໄດ້​ປົກ​ຄຸມ​ພາກ​ພື້ນ​ອາຊີ​ປາຊີ​ຟິກ, ​ແລະຈະ​ສາມາດ​ຄວບ​ຄຸມ​ໄດ້​ໃນຂອບ​ເຂດ​ທົ່ວ​ໂລກ​ໃນ​ປີ 2015.