ຫຼາຍອົງການ​ຈັດ​ຕັ້ງ​ທາງ​ການ​ເມືອງ​ຂອງ​ໄທ​ຈັດ​ງານ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ການ​ພິ​ຈາ​ລະ​ນາ​ວາ​ລະ​ສອງ​ເພື່ອ​ຜ່ານ​ຮັບ​ຮອງ​ຮ່າງ​ພະ​ລາ​ຊະ​ບັນ​ຍັດ​ນີ​ລະ​ໂທດ​ກຳ

(GMT+08:00) 2013-11-01 11:28:52     cri
ວັນ​ທີ 31 ຕຸລາ​ແລ້ວ​ນີ້, ລັດຖະສະພາ​ໄທ​ໄດ້​ເລີ່​ມດຳ​ເນີນ​ການ​ອະພິປາຍ​ວາລະ​ສອງ​ເພື່ອ​ຜ່ານ​ຮັບຮອງ​ຮ່າງ​ພະ​ລາຊະ​ບັນຍັດນີລະ​ໂທດ​ກຳທີ່​ມີ​ການ​ຖົກ​ຖຽງ​ກັນ​ຫຼາຍ​ໃນ​ສັງຄົມ, ວັນ​ດຽວ​ກັນ,ຫຼາຍອົງການຈັດ​ຕັ້ງ​ທາງການ​ເມືອງ​ຂອງ​ໄທ​ໄດ້​ຈັດ​ງານ​ໂຮມ​ຊຸມນຸມ​ປະ​ທ້ວງຢູ່​ແຫ່ງ​ຕ່າງໆ​ຂອງ​ນະຄອນຫຼວງ​ບາງກອກ​ເພື່ອ​ຄັດຄ້ານ​ການຜ່ານ​ຮັບຮອງ​ຮ່າງ​ກົດໝາຍ​ສະບັບ​ນີ້.

ຮ່າງພະ​ລາຊະ​ບັນຍັດ​ນີລະ​ໂທດກຳ​ສະບັບ​ດັ່ງກ່າວ​ນີ້​ທີ່​ສະມາຊິກ​ສະພາຂອງພັກ​ເພື່ອ​ໄທຍື່ນ​ໃຫ້​ລັດຖະສະພາ​ໃນ​ກ່ອນ​ໜ້າ​ນີ້​ໄດ້​ຜ່ານ​ການ​ຮັບຮອງ​ດ້ວຍການພິຈາລະນາ​ວາລະ​ທຳ​ອິດ​​ແລະລົງ​ຄະ​ແນນ​ສຽງຢູ່​ລັດຖະສະພາ​ໃນ​ຕົ້ນ​ເດືອນ​ສິງຫາ​ຜ່ານ​ມາ​ນີ້. ຫຼັງ​ຈາກ​ນັ້ນ, ລັດຖະສະພາ​ໄດ້​ສ້າງ​ຕັ້ງ​ກຳມາ​ທິການ​ວິສາມັນ​ເພື່ອ​ຮັບຜິດຊອບ​ການ​ຄົ້ນຄວ້າ​ແລະ​ດັດ​ແກ້​ຮ່າງ​ພະ​ລາຊະ​ບັນຍັດ​ສະບັບ​ນີ້.

ພັກ​ປະຊາທິປັດ​ກ່າວ​ວ່າ​ບໍ່​ສາມາດ​ຮັບຮອງ​ຮ່າງ​ພະ​ລາຊະບັນຍັດ​ນີລະ​ໂ​ທດກຳທີ່​​ເປັນ​ການ​ປູ​ທາງ​ໃຫ້​ທ່ານ​ທັກສິນ​ຊິນນະ​ວັດ​ກັບ​ຄືນ​ປະ​ເທດ​ເພື່ອລົບລ້າງ​ຄວາມ​ຜິດ, ສະ​ນັ້ນ​ຈິ່ງ​ຈັດ​ຕັ້ງ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຢ່າງ​ຂະໜາດ​ໃຫຍ່​ເລີ່​ມ​ແຕ່​ເວລາ 18 ​ໂມງ​ຂອງ​ວັນ​ທີ 31 ຕຸລາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ. ຕອນ​ຄ່ຳ​ວັນ​ດຽວ​ກັນ, ຈຳນວນ​ຄົນ​ທີ່​ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມນຸມ​ໄດ້​ມີ​ເກືອບ 1 ໝື່ນ​ຄົນ​ແລ້ວ.

ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ​ບໍ່​ໄດ້​ເຂົ້າຮ່ວມ​ການອະພິປາຍ​ຮ່າງ​ພະ​ລາຊະ​ບັນຍັດ​ວາລະ​ສອງໃນ​ວັນ​ທີ 31 ຕຸລາ​ແລ້ວ​ນີ້. ທ່ານ​ນາງ​ຍິ່ງ​ລັກ​ກ່າວ​ຢ້ຳມາ​ຫຼາຍ​ເທື່ອ​ແລ້ວ​ວ່າ, ຮ່າງ​ພະ​ລາຊະ​ບັນຍັດ​ນີລະ​ໂທດ​ກຳ​ບໍ່​ແມ່ນ​ຮ່າງ​ພະ​ລາຊະ​ບັນຍັດຂອງ​ລັດ​ຖະ​ບານ,​ຫາກ​ແມ່ນ​ຍັດ​ຕິ​ຂອງ​ສະ​ມາ​ຊິກ​ສະພາ. ຈຸດ​ປະ​ສົງ​ຂອງ​ການ​ນີລະ​ໂທດກຳ​ແມ່ນ​ເພື່ອ​ໃຫ້​ປະ​ເທດ​ບັນລຸ​ຄວາມ​ປອງ​ດອງ​ກັນ​ແລະ​ພັດທະນາ​ກ້າວ​ໄປ​ທາງ​ໜ້າ, ຮ່າງ​ພະ​ລາຊະ​ບັນຍັດ​ນີ້​ມີ​ທັງຜູ້​ສະໜັບສະໜູນ​ແລະ​ມີ​ຜູ້ຄັດຄ້ານ, ສະ​ນັ້ນ,ຄວນ​ນຳ​ໃຊ້​ເວທີ​ລັດຖະສະພາ​ເພື່ອ​ດຳ​ເນີນ​ການ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັນ.