ສປປ ​ເກົາຫຼີ​ຈະ​ບໍ່​ຍອມປະຕິບັດພຽງ​ແຕ່​ຝ່າຍ​ດຽວ​ເພື່ອ​ຈັດການ​ເຈລະ​ຈາ​ຫົກ​ຝ່າຍ​ຄືນ​ໃໝ່

(GMT+08:00) 2013-11-01 14:32:31     cri
ວັນ​ທີ 31 ຕຸລາ​ແລ້ວ​ນີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສປປ ​ເກົາຫຼີ​ກ່າວ​ວ່າ, ຖ້າວ່າ​ອາ​ເມ​ລິ​ກາ​ບໍ່​ມີ​ສິ່ງ​ຢັ້ງຢືນ​ຕົວ​ຈິງ​ທີ່​ຈະ​ປະ​ລະ​ນະ​ໂຍ​ບາຍ​ທີ່​ເປັນ​ປໍ​ລະ​ປັກ​ກັບ​ສປປ ​ເກົາ​ຫຼີ, ສປປ ​ເກົາຫຼີແລ້ວ ກໍ່​ຈະ​ບໍ່​ຍອມປະຕິບັດພຽງແຕ່​ຝ່າຍ​ດຽວ​ເພື່ອ​ຈັດການ​ເຈລະຈາ​ຫົກ​ຝ່າຍກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ​ຄືນ​​ໃໝ່.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສປປ ​ເກົາຫຼີ​ກ່າວ​ວ່າ, ຈຸດ​ຢືນ​ຂອງ​ສປປ​ ​ເກົາຫຼີ​​ໃນ​ການ​ບັນລຸ​ໃຫ້​ແຫຼມ​ເກົາຫຼີ​ປອດ​ອາວຸດ​ນີວ​ເຄຼຍນັ້ນ​ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ແຕ່​ສປປ ​ເກົາຫຼີ​ໄດ້​ຢູ່​ພາຍ​ໃຕ້​​ໄພ​ຄຸກ​ຄາມ​ດ້ວຍ​ອາວຸດ​ນີ​ວ​ເຄຼຍຂອງ​ອາ​ເມ​ລິ​ກາຕະຫຼອດ​ມາ, ​ແລະ​ອາ​ເມ​ລິ​ກາ​ບໍ່​ໄດ້​ປະຕິບັດ​ຕາມ​ພັນທະ​ຂອງ​ຕົນ​ແຕ່​ຢ່າງ​ໃດ​ເລີຍ, ຫາກ​ໄດ້​ເພີ່ມທະວີ​ນະ​ໂຍບາຍ​ທີ່ເປັນ​ປໍ​ລະ​ປັກ​ກັບສປປ ​ເກົາຫຼີ​ຢ່າງ​ບໍ່​ຢຸດ​ຢັ້ງ, ພາຍ​ໃນ​ກໍ​ລະ​ນີ​ນີ້, ສປປ ​ເກົາຫຼີ​ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ກຳລັງ​ສະກັດ​ກັ້ນ​ດ້ວຍ​ອາວຸດ​ນີວ​ເຄຼຍຕໍ່​ໄປ.