ກະຊວງ​ການ​ຕ່າງປະ​​ເທ​ດຈີນ​ກ່າວ​ວ່າ ບຸກຄົນ​ແລະອົງ​ການຈັດ​ຕັ້ງ​ຕ່າງປະ​ເທດ​ປະຈຳ​​ຈີນບໍ່​ສາມາດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ທຳ​ລາຍ​ຄວາມ​ປອດ​ໄພ​ແລະ​ຜົນ​ປະ​ໂຫຍດຂອງ​ປະ​ເທດ​ຈີນ​ໄດ້

(GMT+08:00) 2013-11-01 16:22:56     cri
ຕາມ​ຂ່າວສາ​ນຊີ​ນຮວາ: ວັນ​ທີ 31 ຕຸລາ​ຜ່ານ​ມານີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ນາງ​ຮົ໋ວຊຸ່ນຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຮຽກຮ້ອງ​ໃຫ້​ບຸກຄົນ​ແລະ​ອົງການຈັດ​ຕັ້ງຕ່າງປະ​ເທດປະຈຳ​ຢູ່​ຈີນ​ບໍ່​ສາມາດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​​ທີ່​ບໍ່​ສອດຄ່ອງ​ກັບ​ຕຳ​ແໜ່​ງ​ແລະ​ຖານະ​ຂອງ​ຕົນ​ແລະບໍ່​ສາມາດ​ທຳລາຍ​ຄວາມ​ປອດ​ໄພ​ແລະ​ຜົນ​ປະ​​ໂຫຍ​ດຂອງ​ປະ​ເທດ​ຈີນ​ດ້ວຍ​ຮູບ​ການ​ຕ່າງໆ​ໄດ້.

ມີ​ຂ່າວ​ແຈ້ງວ່າ ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ຈີນ​ທີ່​​ນະຄອນຫຼວງ​ປັກ​ກິ່ງ, ສະຖານ​ກົງສຸນ​ອາ​ເມ​ລິ​ກາ​ປະຈຳນະຄອນຊຽງ​ໄຮ ​ແລະ​ນະຄອນ​ເສີງ​ຕູ່​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ຕັ້ງ​ຈຸດ​ເກັບ​ໂຮມ​ຂ່າວ​ລັບ​ຕໍ່​ຈີນ​, ພະນັກງານ​​ເກັບ​ກຳ​ຂ່າວ​ລັບບາງ​ຄົນປິວ​ລັບ​ຕົນ​ເອງ​ດ້ວຍ​ຖານະ​ນັກ​ການ​ທູດ. ຕໍ່​ເລື່ອງ​ນີ້, ທ່ານ​ນາງ​ຮົ໋ວຊຸ່ນຢິງ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ​ຕໍ່​ການ​ລາຍ​ງານຂ່າວ​ທີ່​ກ່ຽວຂ້ອງ, ​​ແລະໄດ້​ຕໍ່​ວ່າ​ທັກ​ທ້ວງ​ກັບ​ຝ່າຍ​ອາ​​ເມ​ລິ​ກາມາ​ແລ້ວ, ​ເພື່ອຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ແລະ​ອະທິບາຍ​ຕໍ່​ເລື່ອງ​ນີ້. ຈີນ​ຮຽກຮ້ອງ​ໃຫ້​ບຸກຄົນ​ແລະ​ອົງການຈັດ​ຕັ້ງ​ຕ່າງປະ​ເທດ​ປະຈຳ​ຈີນ​ຕ້ອງເຄົາລົບ "ສົນທິສັນຍາ​ການ​ພົວພັນ​ທາງ​ການ​ທູດນະຄອນ​ວຽນ" "ສົນທິສັນຍາ​ການ​ພົວພັນ​ກົງສຸນນະຄອນວຽນ"​ແລະ​ສັນຍາ​ສາກົນ​ສະບັບ​ອື່ນໆ, ​ເຊິ່ງບໍ່​ສາມາດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ໃນ​ຮູບ​ການ​ຕ່າງໆ​​ທີ່​ບໍ່​ສອດຄ່ອງ​ກັບ​ຕຳ​ແໜ່​ງ​ແລະ​ຖານະ​ຂອງ​ຕົນ​ແລະ​​ເປັນ​ການທຳລາຍ​ຄວາມ​ປອດ​ໄພ​ແລະ​ຜົນ​ປະ​​ໂຫຍ​ດຂອງ​ປະ​ເທດ​ຈີນ​.