ສະພາ​ຜູ້​ແທນ​ລາດ​ຊະ​ດອນ​ໄທສາມາດ​ຜ່ານ​ຮ່າງພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳໃນທ່າມກາງ​ຄວາ​ມຂັດ​ແຍ້​ງກັນ

(GMT+08:00) 2013-11-01 19:57:48     cri
ຕາມ​ຂ່າ​ວສານ​ຊີ​ນຮວາ: ຕອນ​ຂ້ອນ​ແຈ້ງ​ວັນ​ທີ 1 ພະຈິກ​ນີ້, ສະພາ​ຜູ້​ແທນ​ລາ​ດຊະ​ດອນ​ໄທ​ໄດ້​ຜ່ານ​ຮ່າງ​ພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳ​ທີ່​ມີ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ຮຸນ​ແຮງ. ຖ້າ​ຫາກ​ຮ່າງ​ຍັດຕິ​ດັ່ງກ່າວ​ໄດ້​ຜ່ານ​ໃນວຸດ​ທິສະພາ​​ແລະ​ໄດ້​ຮັບ​ການ​ລົງ​ນາມ​ຈາກ​​ເຈົ້າ​ມາ​ຫາ​ຊີວິດ​ແລະ​​ມີ​ຜົນ​ບັງຄັບ​ໃຊ້​ແລ້ວ, ຈະ​​ເປັນ​ໂອກາດ​ເປີດ​ທາງ​​ໃຫ້​ແກ່​ທ່ານ​ທັກສິນ ຊິນນະ​ວັດ ອະດີດ​ນາຍົກລັດຖະມົນຕີ​ໄທ​ທີ່​ພະ​ເນ​ຈອນຢູ່​ຕ່າງປະ​ເທດສາມາດກັບ​ຄືນ​ປະ​ເທດ​ໄດ້.