ເຈົ້າ​ຍິງ​ສິລິນທອນຂອງ​ໄທ​ພາຄະ​ນະ​ອາຈານ​ແລະ​ນັກຮຽນ​ຂອງ​ໂຮງຮຽນ​ທະຫານຂອງ​ໄທມາ​ຢ້ຽມຢາມ​ນະຄອນ​ກວາງ​ໂຈ່​ວ​ແຂວງ​ກວາງ​ຕຸ້ງຈີນ

(GMT+08:00) 2013-11-01 19:58:48     cri
ຕາມ​ຂ່າວສານ​ຈີນ: ​ເຈົ້າຍິງ​ສິລິ​ນທອນຂອງ​ໄທ​ໄດ້​ພາຄະ​ນະ​ອາຈານ​ແລະ​ນັກຮຽນ​ຂອງ​ໂຮງຮຽນ​ນາຍ​ທະຫານບົກຈຸລາຈອມເກົ້າ​ໄທ ​ມາຢ້ຽມຢາມ​ນະຄອນ​ກວາງ​ໂຈ່​ວ​ແຂວງ​ກວາງ​ຕຸ່ງຈີນ​ໃນ​ວັນ​ທີ 31 ຕຸລາຜ່ານມາ​ນີ້, ​ເພື່ອ​ຊອກ​ຮູ້​ຜົນສຳ​ເລັດຂອງການ​​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ ​​ແລະ​ວັດທະນະທຳ​ປະ​ຫວັດ​ສາດ​ຂອງ​ນະຄອນ​ກວາງ​ໂຈ່​ວ​ແລະ​ແຂວງ​ກວາງ​ຕຸ້ງ​, ​ເພີ່​ມທະວີ​ການ​ແລກປ່ຽນ​ລະຫວ່າງ​ສອງ​ຝ່າຍ​ໃນ​ດ້ານ​ເຕັກນິກ​ວິທະຍາສາດ, ການ​ສຶກສາ​ແລະ​ວັດ​ທະ​ນະ​ທຳ.

ການ​ຢ້ຽມຢາມ​ຂອງ​​ເຈົ້າ​ຍິງ​ສິລິ​ນທອນພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້​ລວມມີ 86 ຄົນ ​ແລະ​ຈະ​ຢ້ຽມຢາມ​ນະຄອນ​ກວາງ​ໂຈ່​ວ​ເປັນ​ເວລາ​ພຽງ​ວັນ​ດຽວ, ​ໂອກາດ​ນີ້​ເຈົ້າ​ຍິງ​ແລະ​ຄະນະ​ໄດ້​ຢ້ຽມ​ຊົມໂຮງຮຽນ​ທະຫານ​ຫວງ​ຜູ້, ສູນ​ເຕັກ​ນິກວິທະຍາສາດ​ກວາງ​ຕຸ້ງ, ຫໍພິພິດທະພັນ​ແຂວງ​ກວາຕຸ້ງ, ສວນ​ສະ​ທາ​ລະນະ​ເຢ້ຊີ້​ວ​, ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ​ແລະ​ການ​ຄ້າ​ຕ່າງປະ​ເທດ​ກວາງ​ຕຸ້ງ​ແລະ​ອື່ນໆ.