ສື່​ມວນ​ຊົນ​ຍີ່ປຸ່ນ​ລາຍ​ງານ​ວ່າ: ທ່ານ​ຊິນ​ໂຈ ອາ​ເບະຈະ​ຢ້ຽມຢາມ​ກຳປູ​ເຈຍ​ແລະ​ລາວ​ໃນ​ກາງ​ເດືອນ​ພະຈິກ​​ນີ້

(GMT+08:00) 2013-11-01 19:59:55     cri
ຕາມ​ຂ່າວ​ຈາກ​​ເວັບ​ໄຊເຢີນມີນ​ຂອງ​ຈີນ: ຕາມ​ຂ່າວສານກຽວ​ໂຕ​ຍີ່ປຸ່ນ​ລາຍ​ງານ​ວ່າ, ທ່ານ​ຊິນ​ໂຈ ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ​​ໄດ້​ປະກາດ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ຕຸລາ​ຜ່ານ​ມານີ້​ວ່າ​ຈະ​ໄປ​ຢ້ຽມຢາມ​ກຳປູ​ເຈຍ​ແລະ​ລາວ​ໃນ​ກາງ​ເດືອນ​ພະຈິກ​​ນີ້, ​ເຊິ່ງ​ເວລາ​ການ​ຢ້ຽມຢາມຄັ້ງ​ນີ້​ເລີ່​ມ​​​ແຕ່​ວັນ​ທີ 16 ຫາ​ວັນ​ທີ 17 ພະຈິກ​ໜ້າ​ນີ້.

ທ່ານ​ຊິນ​ໂຈ ອາ​ເບະ​ແມ່ນ​ໄດ້​ປະກາດ​ຂ່າວ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ກັບ​ຊາວ​ໜຸ່ມ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ໂຄງການ "​ເດີນ​ທະ​ເລ​ຊາວ​ໜຸ່ມ​ອາ​ຊຽນ-ຍີ່ປຸ່ນ"ຢູ່​ເຮືອນ​ພັກ​ນາຍົກລັດຖະມົນຕີ. ​ໂຄງການ​ດັ່ງກ່າວ​ມີ​ຈຸດປະສົງ​ເພື່ອ​ລົງ​ເລິກ​ການ​ແລກປ່ຽນ​ດ້ານ​ສິລະ​ປະ ວັດທະນະທຳລະຫວ່າງ​ຍີ່ປຸ່ນ​ກັບປະ​ເທດ​ສະມາຊິກ​ອາ​ຊຽນ.