ບໍລິສັດຊັ້ນ​ນຳ​ທີ່​ໃຫ້​ບໍລິການ​ດ້ານ​ອິນ​ເຕີ​ເນັດຫົກ​ແຫ່ງຂອງອາ​ເມ​ລິ​ກາ​ຮ່ວມ​ກັນ​ສົ່ງຈົດໝາຍ​ໄປ​ຍັງ​ລັດຖະສະພາ,​ເພື່ອຮຽກຮ້ອງ​ໃຫ້​ດຳ​ເນີນ​ການ​ປະຕິ​ຮູບ​ຕໍ່​ໂຄງການ​ຕິດຕາມ​ຄວບ​ຄຸມ

(GMT+08:00) 2013-11-01 15:11:48     cri

ວັນ​ທີ 31 ​ຕຸລາ​ແລ້ວ​ນີ້, ບໍລິສັດຊັ້ນ​ນຳ​ທີ່​ໃຫ້​ບໍລິການ​ດ້ານອິນ​ເຕີ​ເນັດຫົກ​ແຫ່ງຂອງອາ​ເມ​ລິ​ກາ ຄື, Apple,​Google, Microsoft,Yahoo, Facebook  ​ແລະ American Online​ ​​ໄດ້​ຮ່ວມ​ກັນ​ສົ່ງ​ຈົດໝາຍ​ໄປ​ຍັງສະພາ​ສູງ, ​ເພື່ອຮຽກຮ້ອງ​ໃຫ້​ລັດຖະສະພາດຳ​ເນີນ​ການ​ປະຕິ​ຮູບ​​ຂະໜາດ​ໃຫຍ່​ຕໍ່​ໂຄງການ​ຕິດຕາມ​ຄວບ​ຄຸມ​ຂອງ​ລັດຖະບານ, ​ແລະຮຽກຮ້ອງ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ​ຮ່ວມ​ກັນ​ກັບ​ລັດຖະສະພາ, ດຳ​ເນີນ​ການ​ປະຕິ​ຮູບ​ຂະໜາດ​ໃຫຍ່ຕໍ່​ໂຄງການ​ຕິດຕາມ​ຄວບຄຸມ, ຍົກ​ສູງ​ລະດັບຄວາມ​​ໂປ່​ງໃສ, ​​​ເພື່ອສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຊາວ​ເນັດ​ທົ່ວ​ໂລກຄືນ​ໃໝ່.


ວັນ​ທີ 14 ຕຸລາ​ແລ້ວນີ້, ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ເຜີຍ​ໃຫ້​ຮູ້​ວ່າ, ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,ກົມ​ຮັກສາ​ຄວາມ​ປອດ​ໄພອ​າ​ເມ​ລິ​ກາ ຫຼື NSA ​​ໄດ້​​ເກັບ​ກຳ​ບັນຊີ​ແລະ​ຊື່​ທາງເອ​ເລັກ​ໂຕຼນິກຈຳນວນ​ຫຼາຍ​ທີ່​ສຸດ​ໂດຍ​ຜ່ານ​ບໍລິສັດ​ຕ່າງໆ ​ເຊັ່ນ, Google, Microsoft ​ແລະ Yahoo ​ເປັນ​ຕົ້ນ. ບໍລິສັດ​ເຫຼົ່າ​ນີ້​ລ້ວນ​ແຕ່​ກ່າວ​ວ່າ, ບໍ່​ຮູ້​ໂຄງການ​​ເກັບ​ກຳ​ບັນຊີ​ແລະ​ຊື່​ທາງເອ​ເລັກ​ໂຕຼນິກຂອງ NSA , ​ແລະບໍ່​ໄດ້​ອຳນວຍ​ຄວາມ​ສະດວກ​ໃດໆ​ໃຫ້​ແກ່​ໂຄງການ​ດັ່ງກ່າວ.