ກະຊວງ​ປ້ອງ​ກັນປະ​ເທດ​ອາ​ເມ​ລິ​ກາ​ປະຕິ​ເສດບໍ່​ຮັບຮອງ​ອາ​ເມ​ລິ​ກາ​ກັບ​ຍີ່​ປຸ່ນສ້າງ​ແຜນການ​ປ້ອງ​ກັນ​ເກາະ​ຕ້ຽວ​ອີ

(GMT+08:00) 2013-11-02 15:18:19     cri

ວັນ​ທີ 1 ພະຈິກ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ຂ່າວກ່ຽວ​ກັບ​ຍີ່​ປຸ່ນ ກັບ ອາ​ເມ​ລິ​ກາ​ໄດ້​ສ້າງ​ແຜນການຮ່ວມ​ກັນ​ປ້ອງ​ກັນ​ເກາະ​ຕ້ຽວ​ອີ​ທີ່ສື່​ມວນ​ຊົນ​ຍີ່​ປຸ່ນ​ລາຍ​ງານ​ໃນ​ຫວ່າງ​ມໍ່ໆ​ນີ້​​ບໍ່ຖືກຕ້ອງ​, ພ້ອມ​ທັງ​ກາວ​ຢ້ຳວ່າ, ຫຼັກ​ໝັ້ນ​ຕໍ່​ເກາະ​ຕ້ຽວ​ອີ​ຂອງ​ຝ່າຍອາ​ເມ​ລິ​ກາ​ບໍ່​ໄດ້​ປ່ຽນ​ແປງ.

ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ເປັນລາຍ​ລັກ​ອັກສອນ​ຂອງ​ສື່​ມວນ​ຊົນ​ຈີນ​ປະຈຳ​ອາ​ເມ​ລິ​ກາ, ທ່ານ​ເກ​​​ເຟິລີ ພົວຣ໌ ​ເຈົ້າ​ໜ້າ​ທີ່ວຽກ​ງານ​ສາທາລະນະ​ຂອງ​ຫ້ອງການລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາສົ່ງ​ເສີມ​ຈີນ ກັບ ຍີ່ປຸ່ນ​ແກ້​ໄຂຂໍ້​ຂັດ​ແຍ່ງ​ດ້ວຍ​ສັນຕິ​ວິທີ, ຫຼີກ​​ເວັ້ນບໍ່​​ໃຊ້ການ​ກະທຳ​ທີ່​​ເຮັດ​ໃຫ້​ສະຖານະ​ການ ​ເຄັ່ງ​ຕຶງຂຶ້ນ, ພ້ອມ​ທັງ​ປ້ອງ​ກັນ​ບໍ່​​ໃຫ້​ມີວິນິ​ໄສ​ຜິດ​ທີ່​ອາດ​ຈະ​ທຳລາຍ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ເຕີບ​ໂຕ​​ເສດຖະກິດ​ຂອງ​ພາກ​ພື້ນ.