ປີ​ນີ້, ຈຳນວນມື້​ທີ່​ມີໝອກມືດສະ​ເລ່ຍຕໍ່​ເດືອນຂອງ​ຈີນ​ ຫຼາຍກວ່າທຸກ​ປີ​ໃນຮອບ 52 ປີ

(GMT+08:00) 2013-11-02 13:52:30     cri
ຕາມ​ຂ່າວ​ສານ​ຊິ່ນ​ຮວາ: ວັນ​ທີ 1 ພະຈິກ​ນີ້, ນັກ​ຂ່າວ​ໄດ້​ຊາບ​ຈາກ​ກົມ​ອຸຕຸນິຍົມ​ຈີນ​ວ່າ, ປີ​ນີ້, ຈຳນວນມື້​ທີ່​ມີໝອກມືດສະ​ເລ່ຍຕໍ່​ເດືອນຂອງ​ຈີນ​ ຫຼາຍກວ່າທຸກ​ປີ​ໃນຮອບ 52 ປີ​.

ມື້​ດຽວ​ກັນ, ​ໃນ​ກອງ​ປະຊຸມ​ຂ່າວ, ທ່ານ​ເຊິ​ນ​ເຈີ້ນ​ລິນ, ຫົວໜ້າກົມຮັບ​ມືພາວະ​ສຸກ​ເສີນຫຼຸດຜ່ອນ​ໄພ​ແລະ​ການບໍລິ​ການ​ສາທາລະນະ ຂອງທະ​ມວງ​ອຸຕຸນິຍົມ​ຈີນ​​ແນະນຳ​ວ່າ, ປີ​ນີ້, ຈຳນວນ​ມື້​ທີ່​ມີໝອກມືດ​ສະ​ເລ່ຍຕໍ່​ເດືອນ​ໃນ​ ​ທົ່ວ​ປະ​ເທດຈີນ​ແມ່ນ 4,7 ວັນ, ຫຼາຍກວ່າ​​ໄລຍະ​ດຽວ​ກັນ​ຂອງ​ປີ​ທຳ​ມະ​ດາ ​ 2,3 ວັນ, ​ເປັນ​ລະດັບຫຼາຍທີ່​ສຸດ​ນັບ​ແຕ່​ປີ 1961 ​ເປັນ​ຕົ້ນ​ມາ. ​ໃນ​ນັ້ນ, ​ແຂວງ​ເຮີ່ຍລົງ​ຈ່ຽງ, ​​ແຂວງ​ເຈີ້​ຈ່ຽງ, ​ແຂວງ​ຈ່ຽງຊູ່, ນະຄອນ​ຈຸ​ງ​ກິ່ງ​ແລະ​ແຫ່ງ​ອື່ນໆ​ອີກຫຼາຍ​ແຫ່ງ ລ້ວນ​ແຕ່​ເປັນ​ລະດັບຫຼາຍກວ່າໝູ່ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​​ໃນ​ປະຫວັດສາດ.

ຕອນ​ຕົ້ນ​ເດືອນ​ພະຈິກ​ນີ້, ​ເຂດ​ກາງແລະ​ເຂດ​ຕາ​ເວັນ​ອອກ ຍັງ​ຈະ​ມີອາກາດໝອກມືດ​ຢູ່.