ປີ2025, ຈຳນວນ​ຜູ້​ອາຍຸ​ສູງ​ຈີນ​ຈະ​ຫຼາຍ​ກວ່າ 300 ລ້ານຄົນ

(GMT+08:00) 2013-11-03 14:36:02     cri

ວັນ​ທີ2 ພະຈິກ​ນີ້, ​ໃນ​​ກອງ​ປະຊຸມ​ເວທີ​ເປິກສາຫາລື​ລະດັບ​ສູງ​ການ​ພັດທະນາ​ພາລະກິດຜູ້​ອາຍຸ​ສູງຈີນ 2013, ທ່ານ​ຫຼີລີ້​ກົວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ປົກ​ຄອງ​ແລະ​ປະຊາ​ສົງ​ເຄາະທັງ​ເປັນຮອງ​ຫົວໜ້າຄະນະ​ກຳມະການຜູ້ເຖົ້າ​ທົ່ວ​ປະ​ເທດ​ຈີນ​ແນະນຳ​ວ່າ, ຈີນ​ເປັນ​ປະ​ເທດ​ທີ່​ມີ​ຜູ້​ອາຍຸ​ສູງ​ຫຼາຍກວ່າ​ໝູ່ໃນ​ໂລກ, ປີ​ນີ້, ຈຳນວນ​ຜູ້​ອາຍຸ​ສູງ​ຈະຫຼາຍ​ກວ່າ 200 ລ້ານຄົນ, ປີ2025 ຈະຫຼາຍ​ກວ່າ 300 ລ້ານຄົນ, ປີ2034 ຈະ​ຫຼາຍ​ກວ່າ 400 ລ້ານຄົນ, ນີ້​ຈະ​ເ​ປັນສິ່ງທ້າ​ທາຍ​ອັນ​ຂ້ຽວຂາດ​ຕໍ່ຈີນ.

ຄຽງ​ຄູ່​ກັບ​ຂະ​ບວນການ​ທີ່​ປະຊາກອນ​ຫັນ​ເປັນຜູ້ເຖົ້າຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຸ່ມ​ຜູ້​ເຖົ້າ​ອັນ​​ໄພສານ​ແລະ​ຄວາມ​ຕ້ອງການ​ດ້ານການ​ບໍລິການ​ຢ່າງ​ຫຼວງ​ຫຼາຍ​ທີ່​ເກີດ​ຂຶ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າຂະ​ແໜງ​ການການ​ບໍລິການຜູ້​ເຖົ້າໄດ້​ເຂົ້າ​ສູ່​ໄລຍະທີ່​ມີໂອກາດ​ທາງປະຫວັດສາດ​ອັນ​ສຳຄັນ. ທ່ານ​ຫຼີລີ້​ກົວ​ເຫັນ​ວ່າ, ຕ້ອງ​ບູລະນະນະ​ໂຍບາຍ​ແລະມາດ​ຕະການ​ໃຫ້​ສົມບູນ, ສະໜອງ​ການ​ຮັບປະກັນ​ທາງ​ນະ​ໂ​ຍບາຍ​ຕໍ່​ການ​ພັດທະນາຂະ​ແໜງ​ການການ​ບໍລິການຜູ້​ເຖົ້າ, ​ເຮັດ​ໃຫ້​ກຳລັງ​​ໃນສັງຄົມ​ກາຍ​ເປັນ​ກຳລັງ​ຕົ້ນຕໍ​ໃນ​ການພັດທະນາ​ຜະລິດຕະກຳ​​ບໍລິການ​ຜູ້​​ເຖົ້າ, ​ເພື່ອ​ຕອບ​ສະໜອງຄວາມ​ຕ້ອງການ​ທາງ​ການ​ບໍລິການ​ຜູ່​ອາຍຸ​ສູງ​ອັນ​ກວ້າງ​ໃຫຍ່​ໄພສານ.