ສື່​ມວນ​ຊົນ​ໂອ​ຕຼິສກ່າວ​ວ່າ​ໂອ​ຕຼິສກໍ່​ຖືກ​ NSA ລັກຟັງ

(GMT+08:00) 2013-11-03 15:57:15     cri

ຕາມ​ຂ່າວສານ​ຊິ​ຮວາ: ວັນ​ທີ2 ພະຈິກ​ນີ້, ສື່​ມວນ​ຊົນ​​ໂອ​ຕຼິສລາຍ​ງານ​ວ່າ, ອະດີດ​ນັກ​ສືບ​ຜູ່​ໜຶ່ງ​ຂອງ​ກົມ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ຫຼື NSA ກ່າວ​ວ່າ, ກາ​ນສື່ສານທາງ​ໂທລະສັບ​ສາກົນຢູ່ໂອ​ຕຼິສກໍຖືກ NSA ຕິດຕາມ​ໃນຂອບ​ເຂດ​ໃຫຍ່.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່ ວາລະສານ​ "Side) ລາຍ​ສັບ​ປະດາ​ຂອງ​ໂອ​ຕຼິສ, ອະດີດ​ນັກ​ສືບນີ້​ທີ່​ມີ​ຊື່ວ່າ ​ໂຕ​ມາສ ດຼາກ​ໄດ້​ກ່າວວ່າ," ທ່ານ​ເຫັນ​ໄດ້​ວ່າ, ນີ້​​ໄດ້ເກີດ​ຂຶ້ນ​ຢ່າງ​ແນ່ນອນ​ແລ້ວ. ຕິດຕາມ​​ໂທລະ​ຄົມສາກົນ​ແມ່ນ​ການກະ​ທຳທົ່ວ​ໄປ​ຂອງ NSA, ​ແມ່ນ​ຫຼັກການທີ່​ສະໜັບສະໜູນ​ຜົນ​ປະ​ໂຫຍ​ດ​ແຫ່​ງຊາດ​ອາ​ເມ​ລິ​ກາ."

ຜົນການ​ສຳ​ຫຼວດທີ່​ວາລະສານ "Side" ມອບ​ໝາຍ​ໃຫ້​ບໍລິສັດ​ສຳ​ຫຼວດຫາງ​ສຽງດຳ​ເນີນ​ນັ້ນສະ​ແດງ​​ໃຫ້​ເຫັນ​ວ່າ, ຄົນ​ໂອ​ຕຼິສ 32% ​​ເຊື່ອໝັ້ນ​ວ່າ, ​ໂທລະສັບ​ຂອງ​ຕົນ​ເຄີຍ​ຖືກລັກຟັງ.

ຫວ່າງ​ມໍ່ໆ​ນີ້, ​ເລື້ອງ "ລັກຝັງ" ພັນທະ​ມິດ​ເອີ​ລົບຂອງ​ອາ​ເມ​ລິ​ກາ​ໄດ້​ແຜ່​ລາມຢ່າງ​ວ່ອງ​ໄວ. ສື່​ມວນ​ຊົນ​ຂອງ​ບັນດາ​ປະ​ເທດເອີ​ລົບ​​ໄດ້​ເປີດ​ເຜີຍ​ວ່າ, ອົງການ​ຂ່າວ​ລັບ​ອາ​ເມ​ລິ​ກາ​ຕິດຕາມ​ຟັງ​ໂທລະສັບ​ມື​ຖື​ຂອງ​ທ່ານ​ນາງ​ເມີ​ເຄີ ນາຍົກລັດຖະມົນຕີເຢຍລະ​ມັນ​ເປັນ​ເວລາ​ດົນ​ນານ, ​ແລະ​ຕິດ​ຕາມ​ການ​ບັນ​ທຶກ​ໂທລະສັບ​ຂອງປະຊາຊົນຝະລັ່ງ​ແລະ​​ແອສປາຍ​ຢ່າງ​ຂະໜາດ​ໃຫຍ່. ລັດຖະບານຂອງ​​ເຢຍລະ​ມັນ​ແລະ​ຝະລັ່ງ​ເປັນ​ຕົ້ນ​ໄດ້​ທວງ​ໃຫ້ລັດຖະບານ​ໂອ​ບາ​ມາ​ອະທິບາຍ​ ເລື່ອງ​ນີ້.