ເ​ຂດທະ​ເລ​ພາກ​ໃຕ້​ຟີ​ລິບ​ປິນ​ເກີດ​ແຜ່ນດິນ​ໄຫວ​ທີ່​ວັດ​ແຮງ​ສັ່ນ​ສະ​ເທືອ​ນ​ໄດ້ 6 ລິກ​ເຕີ

(GMT+08:00) 2013-11-04 16:09:39     cri
ວັນ​ທີ 3 ພະຈິກ​ນີ້, ສະຖາ​ບັນ​ຄົ້ນຄວ້າ​ພູ​ເຂົາ​ໄຟ​ແລະ​ແຜ່​ນດິນ​ໄຫວ​ຟີ​ລິບ​ປິນ​ແຈ້ງ​ໃຫ້​ຊາບວ່າ, ​ເວລາ 19 ​ໂມງ 4 ນາທີຂອງ​ວັນ​ທີ 3 ພະ​ຈິກ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນຢູ່​ເຂດ​ທະ​ເ​ລພາກ​ໃຕ້​ຟີ​ລິ​ບປິນ​ໄດ້​ເກີດ​ແຜ່ນດິນ​ໄຫວ​ທີ່​ວັດ​ແຮງ​ສັ່ນ​ສະ​ເທືອ​ນ​ໄດ້ 6 ລິກ​ເຕີ, ​ຈຸດໃຈກາງ​ແຜ່ນ​ດິນ​ໄຫວ​ຕັ້ງ​ຢູ່​ເ​ຂດທະ​ເລ​ທີ່​ຫ່າງ​ຈາກ​ເມືອງ​ປາລິ​ມບາງ​ແຂວງ​ຊຸນ​ຕານ ຄູ​ດາຣັດ ທາງ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ​ໄປ​ທາງ​ທິດຕາ​ເວັນ​ຕົກ 195 ກິ​ໂລ​ແມັດ, ຈຸດ​ແຜ່ນດິນ​ໄຫວ​ຢູ່​ໃຕ້​ດິນ​ເລິກ​ລົງ​ໄປ 556 ​ກິ​ໂລ​ແມັດ. ປັດຈຸບັນ,ຍັງ​ບໍ່​ທັນ​ມີ​ການ​ລາຍ​ງານວ່າ​ມີ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ແລະ​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ເທື່ອ, ​​ແລະ​ອາດ​ຈະ​​ເກີດມີ​ແຮງ​ສັ່ນ​ສະ​ເທືອ​ນຕາມ​ມາອີກ. ຟີ​ລິບ​ປິນຕັ້ງ​ຢູ່​​ແຖບ​ແຜ່ນ​ດິນ​ໄຫວ​ພູ​ເຂົາ​ໄຟ​ອ້ອມ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ, ​​ໄດ້​ເກີດ​ແຜ່ນດິນ​ໄຫວ​ເລື້ອຍໆ, ການ​ເຄື່ອນ​ໄຫວ​ຂອງ​ພູ​ເຂົາ​​ໄຟ​ກໍ່​ມີ​ຫຼາຍ​ສົມຄວນ.