ອະດີດ​ປະທານາ​ທິບໍດີ​ຟີ​ລິບ​ປິນກ່າວ​ວ່າ,​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ​ຟີ​ລິບ​ປິນ​ກັບ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້​ຄວນ​ໃຫ້​ສອງ​ປະ​ເທດ​ແກ້​ໄຂ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ

(GMT+08:00) 2013-11-04 16:26:27     cri
ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ໂຈ​ເຊັຟ ​ເອ​ເຈີ​ຊີ​ໂຕ ​ເອັສຕຼາດາ ອະດີ​ດປະທານາທິບໍ​ດີ​ຟີ​ລິບ​ປິນ, ​ເຈົ້າ​ຄອງ​ນະຄອນຫຼວງ​ມາ​ນິລາ​ຄົນ​ປະຈຸ​ບັນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂອງ​ຂ່າວສານ​ຈີນ, ທ່ານ​ໄດ້​ກ່າວ​ເນັ້ນ​ຫຼາຍ​ເທື່ອ​ວ່າ, ຄວາມ​ຂັດ​ແຍ້​ງລະຫວ່າງ​ຟີ​ລິບ​ປິນກັບ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້​ຄວນ​ໃຫ້​ສອງ​ປະ​ເທດ​ແກ້​ໄຂດ້ວຍ​ການ​ເຈລະຈາ​ແລະ​ປຶກສາ​ຫາລື​ກັນຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ. ທ່ານ​ກ່າວ​ວ່າ, ຄວນ​ສືບ​ຕໍ່​ເຈລະຈາ​ແລະ​ປຶກສາ​ຫາລື​ຈົນ​ກວ່າ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ.

ທ່ານ​ເອັສຕຼາດາ​ເຫັນ​ວ່າ, ການ​ພັດທະນາ​ຮ່ວມ​ກັນ​ເປັນ​ທາງ​ເລືອກ​ທີ່​ດີ, ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ ​ໃນ​ໄລຍະ​ທີ່​ທ່ານ​ດຳລົງ​ຕຳ​ແໜ່​ງ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ, ນີ້​ແມ່ນ​ບໍ່​ມີ​ບັນຫາ. ທ່ານ​ກ່າວ​ວ່າ, ຖ້າ​ຫາກ​ປັດຈຸບັນ​ທ່ານ​ຍັງ​ຄົງ​ດຳລົງ​ຕຳ​ແຕ່ງ​ປະ​ທາ​ນາ​ທິ​ບໍ​ດີ,​ທ່ານ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ເຈ​ລະ​ຈາ​ແລະ​ປຶກ​ສາ​ຫາ​ລື​ກັນ.