ຈີນ​ສະ​ແດງ​ຄວາ​ມບໍ່ພໍ​ໃຈ​ທີ່​ສຸດຕໍ່​ການ​ສວຍ​ໃຊ້​ເຫດ​ການ​ລົດ​ຍົນ​ຕຳ​ຂົວ​ຈິ່ນ​ສຸຍ​ສຽວ​​ທຽນ​ອ່ານ​ເມິ​ນ​ປັກ​ກິ່ງ​ເພື່ອ​ກ່າວ​ໂຈມ​ຕີ​ນະ​ໂຍບາຍ​ຊົນ​ເຜົ່າ​ແລະ​ສາສະໜາ​ຂອງ​ຈີນ

(GMT+08:00) 2013-11-04 19:24:03     cri

ວັນ​ທີ 4 ພະຈິກ​ນີ້, ທ່ານ​ຫົງ​ເຫຼີ​ຍ ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ທີ່​ສຸດ​ຕໍ່​ການ​ກະ​ທຳ​ທີ່​ສວຍ​ໃຊ້​ເຫດການ​ລົດ​ຍົນ​ຕຳ​ຂົວ​ຈິ່ນສຸຍ​ສຽວທຽນ​ອ່ານ​ເມິ​ນປັກ​ກິ່ງ​ເພື່ອ​ກ່າວ​ໂຈມ​ຕີ​ນະ​ໂຍບາຍ​ຊົນ​ເຜົ່າ​ແລະ​ສາ​ສະ​ໜາ​ຂອງ​ຈີນ.

ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ພະຈິກ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ, ​ເຈົ້າ​ໜ້າ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ໄດ້​ເປີດ​ເຜີຍ​ຜົນ​ການ​ສືບສວນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ເຫດການ​ທີ່​ລົດ​ຍົນຕຳຜູ້​ທີ່​ບໍ່​ມີ​ຄວາມ​ຜິດ​ແລະ​ນັກ​ທ່ອງ​ທ່ຽວ​ຢູ່​ຂົວຈິ່ນສຸຍ​ສຽວ​ທຽນ​ອ່ານ​ເມິ​ນຂອງ​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 28 ຕຸລາ​ແລ້ວ​ນີ້, ​ແຕ່​ບາງ​ສື່​ມວນ​ຊົນ​ເຊັ່ນCNNພັດ​ມີ​ຄວາມ​ລະ​ແວງ​ສົງ​ໃສ​ຕໍ່​ຈີນ​ໃນ​ການ​ກຳນົດ​ທາດ​ແທ້​ຂອງ​ເຫດການ, ​ແລະ​ຕຳ​ໜິນະ​ໂຍບາຍ​ດ້ານ​ຊົນ​ເຜົ່າ​ແລະ​ສາສະ​ໜາ​ຂອງ​ຈີນ, ຈົນ​ກະທັ້ງສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຜູ້​ກໍ່​ການ​ຮ້າຍ​ໃນ​ເຫດ​ການ. ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ, ກ່ຽວ​ກັບ​ເຫດການ​ລົດຍົນ​ຕຳ​ຜູ້​ບໍ່​ມີ​ຄວາມ​ຜິດ​ແລະ​ນັກ​ທ່ອງ​ທ່ຽວ​ຢູ່​ຂົວ​ຈິ່ນສຸຍ​ສຽວ​ທຽນ​ອ່ານ​ເມິ​ນນະຄອນຫຼວງ​ປັກ​ກິ່ງ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 28 ຕຸລາ​ແລ້ວ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຂອງ​ຈີນ​ໄດ້​ຢືນຢັນ​ໃນ​ເບື້ອງ​ຕົ້ນ​ແລ້ວວ່າ,ນີ້​ແມ່ນ​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ຄວາມ​ຮຸນ​ແຮງ​ເພື່ອກໍ່​ການ​ຮ້າຍ​ທີ່​ຜ່ານ​ການວາງ​ແຜນ​ລ່ວງ​ໜ້າ​ຢ່າງ​ລະ​ອຽດ​ແລະ​ມີ​ການຈັດ​ຕັ້ງ.

ທ່ານຫົງ​ເຫຼີ​ຍກ່າວ​ວ່າ, ລັດຖະບານ​ຈີນ​ປົກ​ປັກ​ຮັກສາ​ສິດ​ທຸກ​ດ້ານ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຊຶ່ງລວມທັງ​ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະໜາຕາມ​ກົດໝາຍ. ຈີນ​ເດັດດ່ຽວ​ຄັດຄ້ານ​ແລະ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບຢ່າງ​ເຂັ້ມ​ງວດ​ຕາມ​ກົດ​ໝາຍ​ມາ​ໂດຍ​ຕະ​ຫຼອດ, ຄັດ​ຄ້ານ​ບຸກ​ຄົນ​ໃດໆ​ທີ່​ປະ​ຕິ​ບັດ​ຫຼື​ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ບໍ່​ວ່າ​ໃນ​ນາ​ມ​ໃດໆ​ກໍ່ຕາມ, ຄັດຄ້ານ​ການ​ປະ​ຕິ​ບັດ​2 ມາດ​ຕະ​ຖານ​ໃນ​ບັນຫາ​ຕ້ານ​ການ​ກໍ່​ການ​ຮ້າຍ. ບາງຄົນ​ແລະ​ອິດ​ທິ​ກຳ​ລັງ​ໄດ້​ນຳ​ເອົາ​ການ​ກະທຳ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ​ຂອງ​ພວກ​ຫົວ​ຮຸນ​ແຮງ​ກໍ່​ການ​ຮ້າຍ​ກຸ່ມ​ນ້ອຍ​ທີ່​ແນ​ໃສ່​ສາມັນ​ຊົນ​ແລະ​ນັກ​ທ່ອງ​ທ່ຽວ​ທີ່​ບໍ່​ມີ​ຄວາມ​ຜິດ​ນັ້ນ​ໄປ​ພົວພັນ​ກັບ​ບັນຫາ​ຊົນ​ເຜົ່າ​ແລະ​ສາ​ສະ​ໜາ, ຈົນ​ກະ​ທັ້ງ​ຖື​ເປັນ​ຂໍ້​ອ້າງ​ເພື່ອ​ກ່າວ​ໂຈມ​ຕີ​ນະ​ໂຍບາຍ​ຊົນ​ເຜົ່າ​ແລະ​ສາສະໜາ​ຂອງ​ຈີນ, ນີ້​ເປັນ​ການ​ຍຸຍົງ​ສົ່ງ​ເສີມ​ພວກ​ກໍ່​ການ​ຮ້າຍ, ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ທີ່​ສຸດ.