ກອງປະຊຸມກຸ່ມປະກອບອາວຸດຊົນເຜົ່າສ່ວນໜ້ອຍຂອງມຽນມາບັນລຸຄວາມຮັບຮູ້ທີ່ເປັນເອກະສັນກັນ ​​ແຕ່ອະນາຄົດ​​ແຫ່ງເສັ້ນທາງຂອງ​ຄວາມ​ປອງ​ດອງ​ຊາດ​ຂອງ​ມຽນມາຍັງ​ບໍ່​ທັນ​ຈະ​ແຈ້ງ​ເທື່ອ

(GMT+08:00) 2013-11-04 11:43:38     cri
ຕາມ​ຂ່າ​ວCRI: ນອກຈາກ​ກອງ​ທະຫານ​ປະສົມ​ລັດ​ວ້າຂອງມຽນມາ​ແລ້ວ, ຜູ້​ຕາງ​ໜ້າກຸ່ມ​ປະກອບ​ອາວຸດຊົນ​ເຜົ່າ​ສ່ວນ​ໜ້ອຍອີກ 17 ກຸ່ມ​ຂອງ​ມຽນມາ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​​ລາຍ​ຈາ ຊຶ່ງ​ເປັນ​ສະຖານ​ທີ່​ຕັ້ງ​ສຳນັກງານ​ໃຫຍ່​ຂອງກອງ​ທະຫານ​ເອກະລາດ​ຄາ​ຊິນ​​ແຕ່​ວັນ​ທີ 30 ຕຸລາ​ແລ້ວ​ນີ້​ຫາ​ວັນ​ທີ 2 ພະຈິກ​ນີ້ ​ ​ແລະ​ໄດ້​ບັນລຸ​ຄວາ​ມຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ, ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະຊຸມລ້ວນ​ແຕ່​ຮັບຮອງ​ວ່າການ​ບັນລຸ​ການ​ຢຸດຍິງ​ແລະ​ການ​ສົນທະນາ​ທາງ​ການ​ເມືອງ​ພາຍ​ໃນ​ທົ່ວ​ປະ​ເທດ​ມຽນມາ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ຫຼາຍທີ່​ສຸດ, ​ແລະ​ຈະ​ເຊັນ​ສັນຍາວ່າ​ດ້ວຍ​ການ​ຢຸດ​ຍິງ​ໃນທົ່ວ​ປະ​ເທດ​ມຽນມາ​ພາຍ​ໃຕ້​​​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ທີ່​ໄດ້​ຮັບ​ການ​ຮັບປະກັນ ​ ດຳ​ເນີນ​ການ​ສົນທະນາ​ທາງ​ການ​ເມືອງ​ຈາກ​ລັດຖະບານ.

ມຽນມາ​ແມ່ນ​ປະ​ເທດ​ທີ່​ປະກອບ​ດ້ວຍ​ຫຼາຍຊົນ​​ເຜົ່າ. ນັບ​ແຕ່​ທ່ານ​ເທັນ​ເຊັນຂຶ້ນ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ໃນ​ປີ 2011 ​ເປັນ​ຕົ້ນ​ມາ, ​ໄດ້​ຕັ້ງໜ້າ​ຊຸກຍູ້​ຄວາມ​ປອງ​ດອງ​ທາງ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ມຽນມາ, ​ແລະ​ໄດ້​ບັນລຸ​ການ​ຢຸດ​ຍິງ​ກັບ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍຫຼາຍ​ກຸ່ມ​ຊຶ່ງ​ລວມທັງ​ສະຫະພັນ​ຊົນ​ເຜົ່າກະ​ລຽງ​ຫຼື KNU ຊຶ່ງ​ເປັນ​ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ມຽນມາ. ​ແຕ່​ໃນຂະ​ບວນການ​ຊຸກຍູ້​ການ​ເຈລະຈາ​ສັນຕິພາບ​ກັບ​ລັດຖະບານ​ສູນ​ກາງສອງ​ຝ່າຍລະ​ຫວ່າງກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ, ລັດຖະບານ​ມຽນມາ​ຫວັງ​ວ່າ​ຈະ​ສາມາດ​ຈັດ​ເອົາ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດຖະບານ, ​ແຕ່​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ພັດ​ຫວັງ​ວ່າ​ສາມາດ​ຮັກສາ​ການ​ນປົກຄອງຕົນ​ເອງ​ລະດັບ​ສູງພາຍ​ໃຕ້​ທຸງຊາດດຽວ​ກັນ. ນັບ​ມາ​ຮອດ​ປະຈຸ​ບັນ, ສອງ​ຝ່າຍ​ກໍ່ບໍ່ຢາກຜ່ອນ​ສັ້ນ​ຜ່ອນ​ຍາວ​ຕໍ່​ເລື່ອງ​ນີ້. ພ້ອມ​ດຽວ​ກັນ​ນັ້ນ, ມຽນມາ​ຈະ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ທຳ​ອິດ​ໃນ​ປີ 2015 ​ນັບ​ແຕ່​ດຳ​ເນີນການ​ປະຕິ​ຮູບ​​ເປັນ​ຕົ້ນ​ມາ, ມີ​ຂ່າວ​ແຈ້ງວ່າ, ທ່ານ​ເທັນ​ເຊັນ ປະທານາທິບໍດີ​ມຽນມາ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​​ເລືອ​ກຕັ້ງດັ່ງກ່າວ, ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ຄວາມ​ບໍ່​ແນ່ນອນ​ທີ່​ສຳຄັນ​ໃນ​ການ​ບັນລຸ​ຄວາມ​ປອງ​ດອງ​ຊາດ​ຂອງ​ມຽນມາ.